• Sun. Dec 10th, 2023

Lao Sport Update

ຮອບດ້ານວົງການກິລາ

ບານໂລກ 2026 ເພີ່ມໂກຕ້າ 48 ທີມ, ອາຊີໄດ້ໂອກາດຫຼາຍຂຶ້ນ 8 ໂກຕ້າເຄິ່ງ, ລາວ ວັດກັບ ເນປານ

ວັນທີ 27 ກໍລະກົດ 2023 ຢູ່ທີ່ສຳນັກງານ ສະຫະພັນບານເຕະອາຊີ ນະຄອນຫຼວງກົວລາລຳເປີ ປະເທດມາເລເຊຍ ໄດ້ມີການຈັບສະຫລາກການແຂ່ງຂັນບານໂລກ 2026 ຮອບຄັດເລືອກ ຮອບທີ 1 ໂຊນ​ອາ​ຊີ (FIFA World Cup 2026 Preliminary Joint Qualification R1)ໂດຍຜົນການຈັບສະຫລາກ ທີມຊາດ ເນປານ ພົບ ທີມຊາດລາວ.ສວ່ນຮູບແບບການແຂ່ງຂັນແມ່ນຈັດ 2 ນັດແບບໄປ-ກັບ ແລ້ວຜ່ານເຂົ້າໃນຮອບທີ 2 ຕໍ່ໄປ, ໂດຍຮອບຄັດເລືອກຮອບທີ 1 ຈະແຂ່ງຂັນໃນວັນທີ 12 ຕຸລາ ຢູ່ທີ່ປະເທດເນປານ ແລະ 17 ຕຸລາ 2023 ນີ້ ແມ່ນຈະແຂ່ງຂັນຢູ່ ສປປລາວ. ລາຍລະອຽດເບິ່ງຕາມຄລິບລຸ່ມນີ້:

ຮອບຄັດເລືອກ ຮອບທີ 2 ມີທັງໝົດ 36 ທີມ ຜູ້ຊະນະຮອບທີໜຶ່ງ 9 ທີມ ແລະ 27 ທີມທີ່ໄດ້ສິດລໍຖ້າໃນຮອບທີ 2 ຖ້າ​ຫາກ ລາວ ຫລື ເນ​ປານ ທີມ​ໃດ​ຊະ​ນະ ແມ່ນ​ຈະ​ຜ່ານ​ເຂົ້າ​ສູ່​ຮອບ​ທີ 2 ເຊິ່ງ​ຜົນ​ການ​ຈັບ​ສະ​ຫລາກ​ແມ່ນ ຢູ່​ຮ່ວມ​ກຸ່ມ H ສະ​ຫະ​ລັດ ອາ​ຣັບ ເອມ​ມີ​ເລດ, ບາ​ເຣນ, ເຢ​ເມນ ຫລື ສີ​ລັງ​ກາ.
ພິສຸດບານໂລກ 2026 ຟີຟາ ເພີ່ມໂກຕ້າຈາກ 32 ທີມເປັນ 48 ທີມ ເຮັດໃຫ້ອາຊີ ໄດ້ໂກຕ້າເຖິງ 8 ທີມເຄິ່ງ ລາຍລະອຽດເບິ່ງຕາມຄລິບລຸ່ມນີ້:

Leave a Reply

Your email address will not be published. Required fields are marked *