W.I.G NAGA ຮຸ່ນອາຍຸບໍ່ເກີນ 12 ປີຕົວແທນຂອງ ສະຫະພັນບານເຕະນະຄອນຫຼວງວຽງຈັນ ແລະ ຕາງໜ້າ ສປປ ລາວ ລວມເຖິງສະໂມສອນຈາກຫຼາຍປະເທດໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກຝ່າຍຈັດການແຂ່ງຂັນບານເຕະ ລາຍການລະດັບນາໆຊາດ “ JS CUP 2023 ” ຫຼື Ji-Sung Park International youth Cup 2023 ລະຫວ່າງວັນທີ 20-27 ກໍລະກົດ 2023 ທີ່ປະເທດເກົາຫຼີໃຕ້ ໃນຕອນແລງຂອງວັນທີ 2 ກໍລະກົດ 2023 ເຊິ່ງພິທີຕ້ອນຮັບ ປາກ ຈິຊອງ ໄດ້ມາຕ້ອນຮັບດ້ວຍຕົວເອງ ແລະ ມີການສະແດງມາຍາກົນ ໂດຍນັກກິລາເຍົາວະຊົນລາວ ໄດ້ຂຶ້ນສະແດງ ລາຍລະອຽດເບິ່ງຄລິບ)
ສໍາລັບ ສະໂມສອນບານເຕະເຍົາວະຊົນລາວ W.I.G NAGA ຮຸ່ນອາຍຸບໍ່ເກີນ 12 ປີຕົວແທນຂອງ ສະຫະພັນບານເຕະນະຄອນຫຼວງວຽງຈັນ ແລະ ຕາງໜ້າ ສປປ ລາວ ກຽມໄປແຂ່ງຂັນບານເຕະເຍົາວະຊົນລາຍການໃຫຍ່ທີ່ປະເທດເກົາຫຼີໃຕ້ ລາຍການລະດັບນາໆຊາດ “ JS CUP 2023 ” ຫຼື Ji-Sung Park International youth Cup 2023 ລະຫວ່າງວັນທີ 20-27 ກໍລະກົດ 2023 ທີ່ແຂວງອິນຊອນ ປະເທດເກົາຫຼີໃຕ້, ເຊິ່ງມີເຖິງ 32 ທີມຊັ້ນນໍາແບ່ງເປັນທີມຊັ້ນນໍາຈາກ ເກົາຫຼີ 24 ທີມ ແລະ ທີມຊັ້ນນໍາຈາກຕ່າງປະເທດອີກ 8 ທີມ. (ລາຍລະອຽດເບິ່ງຄລິບ)
ຫຼາຍຄົນຄົງຄຸ້ນກັບຊື່ ປາກ ຈິ-ຊອງ ຫຼື Ji-Sung Park ເພິ່ນເປັນອະດີດນັກເຕະດັງຂອງ ເກົາຫຼີ ເຄີຍຫຼິ້ນໃຫ້ກັບ ແມນເຊັສເຕີ ຢູໄນເຕັດ ສະໂມສອນຍັກໃຫຍ່ໃນປະເທດອັງກິດ ພ້ອມຄວ້າແຊ້ມໄດ້ຢ່າງຫຼວງຫຼາຍ ແລະ ທີມຊາດເກົາຫຼີ ມາຢ່າງຍາວນານ ແນ່ອນລາຍການດັ່ງກ່າວແມ່ນເພິ່ນຮ່ວມມືກັບ Growing ຈັດການແຂ່ງຂັນ “ JS CUP 2023 ” ຫຼື Ji-Sung Park International youth Cup 2023 ຂຶ້ນມາ (ລາຍລະອຽດເບິ່ງຄລິບ)
ປະຫວັດສາດ ແລະ ຜົນງານຂອງ W.I.G NAGA ໂດດເດັ່ນທັງພາຍໃນ ແລະ ຕ່າງປະເທດ (ລາຍລະອຽດເບິ່ງຄລິບ)