ການຍ້າຍທີມຂອງ ບຸນພະຈັນ ບຸນກອງ ກອງໜ້າຕົວເກັ່ງຂອງທີມຊາດລາວ ອອກຈາກ ຊ້າງນ້ອຍ ເອັຟຊີ ແຊ້ມເປບຊີ ລາວລີກ 1 ປີ 2023 ຖືວ່າ 100% ແລ້ວ ຫຼັງຈາກທີ່ ຊ້າງນ້ອຍ ໂພສອໍາລາຢ່າງເປັນທາງການ ປິດສາກ 6-7 ປີ. ( ລາຍລະອຽດເບິ່ງຄລິບ )
ຫຼ້າສຸດ ຊ້າງນ້ອຍ ເອັຟຊີ ປະກາດຜ່ານເພຈ໌ບຸກທາງການວ່າ: ເປັນທາງການແລ້ວ ສຳລັບການຍ້າຍຕົວຂອງ ໄກ່ ພວກເຮົາຖຶກທ້າບທາມຈາກຫຼາຍ ສະໂມສອນ ຈາກຕ່າງປະເທດ ເຊິ່ງກໍ່ເປັນ ໄກ່ ເອງທີ່ເລືອກໄປ ກຳປູເຈຍ, ພວກເຮົາຫວັງວ່າການເດີນທາງໄກຂອງກັບຕັນຂອງພວກເຮົາຄັ້ງນີ້ ຈະເຮັດໃຫ້ເສັ້ນທາງບານເຕະຂອງລາວກ້າວຜ່ານຄຳວ່ານັກເຕະລາວໄປໄດ້. ຈົ່ງເຕີບໃຫຍ່ ແລະ ເຂັມແຂງໃນແບບທີ່ເຈົ້າເລືອກ ຈົ່ງຮັກສາມາດຕະຖານ ແລະ ພັດທະນາມັນໃຫ້ເກີນຂີດຈຳກັດ. ສຸດທ້າຍນີ້ເຮົາບໍ່ມີຄຳເວົ້າໃດ ຈະບອກໃຫ້ຫຼາຍກວ່າຄຳວ່າຂອບໃຈຈາກຫົວໃຈ ເຈົ້າເປັນນັກເຕະທີ່ຊົງຄຸນຄ່າຄົນໜື່ງທີ່ເຮົາມີ ຈາກມື້ເລີ່ມພັດທະນາ ສະໂມສອນແຫ່ງນີ້ 6ປີ ພາຍໃຕ້ໂລໂກ້ຊ້າງຄຳ ເຈົ້າເຮັດໃຫ້ພວກເຮົາພູມໃຈ ໂຊກດີ ບູນພະຈັນ ບຸນກອງ ໂຊກດີ ລູກຊາຍ.( ລາຍລະອຽດເບິ່ງຄລິບ )
ບຸນພະຈັນ ປັດຈຸບັນອາຍຸ 23 ປີສ້າງຜົນງານຢ່າງໂດດເດັ່ນຈົນກາຍເປັນນັກເຕະລາວທີ່ດີທີ່ສຸດໃນປັດຈຸບັນ ໂດຍສະເພາະໃນເປບຊີ ລາວລີກ 1 ລະດູການນີ້ຍິງໄປ ( ລາຍລະອຽດເບິ່ງຄລິບ )
ສໍາລັບ ບຸນພະຈັນ ບຸນກອງ ຕິດທີມຊາດ ຢູ 16 ໃນປີ 2015…. ( ລາຍລະອຽດເບິ່ງຄລິບ )