• Sat. Dec 9th, 2023

Lao Sport Update

ຮອບດ້ານວົງການກິລາ

U23 ລາວ ປະກາດ 34 ລາຍຊື່ນັກເຕະ ກຽມພ້ອມເຂົ້າຮ່ວມບານເຕະຊີງແຊ້ມອາຊຽນ

ທ່ານ ອາເຣນ່າ ກູເລຍໂມ່ (ARENA GUGLIERMO)ຄູຝຶກທີມຊາດລາວຮຸ່ນອາຍຸບໍ່ເກີນ23ປີ ໄດ້ຮວ່ມກັບ ຄະນະນຳສະຫະພັນບານເຕະແຫ່ງຊາດລາວແລະ ຄະນະຄູຝຶກຄັດເລືອກນັກກິລາຈຳນວນ34ຄົນເຂົ້າສູນຝຶກຊ້ອມ ທີມຊາດລາວU23 ກະກຽມເຂົ້າຮ່ວມ ການແຂ່ງຂັນບານເຕະຊາຍຊີງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ປະຈຳປີ 2023 (AFF U23 CHAMPIONSHIP 2023) ຢູ່ທີ່ ແຂວງຣະຢອງ ປະເທດໄທ ທີ່ໄດ້ຮັບກຽດເປັນເຈົ້າພາບ ໃນລະຫວ່າງວັນທີ 17-26 ສິງຫາ 2023.
ລາຍຊື່ນັກກິລາ 34 ຄົນທີ່ເຂົ້າຮ່ວມ ຄັດເລືອກທີມຊາດລາວU23ຄັ້ງນີ້ປະກອບມີ: (ລາຍລະອຽດເບິ່ງຕາມຄລິບ)

ສຳລັບ ທີມຊາດລາວ U23 ແມ່ນຈະເລີ່ມເກັບຕົວຝຶກຊ້ອມນັບຕັ້ງແຕ່ ວັນທີ 10 ກໍລະກົດ 2023 ເປັນຕົ້ນໄປ.
ການແຂ່ງຂັນບານເຕະຊາຍຊີງແຊ້ມອາຊຽນ U23 ປະຈຳປີ 2023 ໂດຍມີທັງຫມົດ 10 ປະເທດ ເຂົ້າຮ່ວມການແຂ່ງຂັນໂດຍແບ່ງອອກເປັນ 3 ກຸ່ມດັ່ງນີ້:
– ກຸ່ມ A : ໄທ, ກຳປູເຈຍ, ບຣູໄນ ແລະ ມຽນມາ
– ກຸ່ມ B : ຕີມໍເລສເຕ, ມາເລເຊຍ ແລະ ອິນໂດເນເຊຍ
– ກຸ່ມ C : ຫວຽດນາມ, ຟີລິບປິນ ແລະ ລາວ
ຕາຕະລາງ ການແຂ່ງຂັນຂອງ ທີມຊາດລາວ (ລາຍລະອຽດເບິ່ງຕາມຄລິບ)

Leave a Reply

Your email address will not be published. Required fields are marked *