ບອກເລີຍວ່ານາທີນີ້ເລື່ອງນີ້ຖືກປົກຄຸມ ຫຼັງແຈ້ງການສະບັບນີ້ ຂອງທາງ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ສະບັບນີ້
.
ລະບຸວ່າ ຂໍແຈ້ງມາຍັງທ່ານທີ່ຈະຈັດເວທີການປະກວດນາງສາວ ແລະ ຊາຍງາມ, ໂຄງການປະກວດທີ່ໄດ້ຮັບລິຂະສິດຈາກຕ່າງປະເທດມາຄັດເລືອກເອົາຊາວໜຸ່ມລາວທັງ ເພດຍິງ ແລະ ເພດຊາຍ ຈະປະກວດພາຍໃນປະເທດ, ຢູ່ໃນລະດັບພາກພຶ້ນ ແລະ ສາກົນ ແມ່ນໃຫ້ມາພົວພັນ ແລະ ຂໍອະນຸມັດຈາກສູນກາງຊາວໜຸ່ມປະຊາຊົນປະຕິວັດລາວຕາມລະບຽບເພື່ອຄວາມສະດວກ ແລະ ຮັບປະກັນໃຫ້ແກ່ໂຄງການປະກວດບັນດານາງສາວ ແລະ ຊາຍງາມຕ່າງໆ ໃຫ້ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ ທັງເປັນການປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງບັນດາບໍລິສັດ, ບຸກຄົນ, ນິຕິບຸກຄົນ, ນາງສາວ ແລະ ຊາຍງາມຕ່າງໆ ລະອຽດດັ່ງນີ້
.
1) ສໍາລັບໂຄງການປະກວດທີ່ບໍ່ແມ່ນການຄັດເລືອກເອົາຍິງແທ້ ແລະ ຊາຍແທ້ໂດຍກໍາເນີດ ແມ່ນທາງສູນກາງຊາວ
ໜຸ່ມປະຊາຊົນປະຕິວັດລາວ ຈະບໍ່ອະນຸຍາດໃຫ້ຈັດງານດັ່ງກ່າວຂື້ນເດັດຂາດ;
2) ຫ້າມສວຍໂອກາດໃນການໄປທ່ອງທ່ຽວແລ້ວໄປເຂົ້າຮ່ວມປະກວດ, ແຂ່ງຂັນນາງສາວ, ຊາຍງາມ ຢູ່ຕ່າງປະເທດ.
3) ຖ້າຫາກພາກສ່ວນ, ບຸກຄົນ ບໍ່ປະຕິບັດຕາມແມ່ນຖືວ່າມີຄວາມຜິດ ແລະ ຈະຕ້ອງໄດ້ຖືກປະຕິບັດຕາມລະບຽບ
ກົດໝາຍ ຂອງ ສປປລາວ.
4) ລາຍລະອຽດເພີ່ມເຕີມ ແລະ ບ່ອນປະສານງານ ແມ່ນກົມຂະບວນການຊາວໜຸ່ມສູນກາງຊາວໜຸ່ມປະຊາຊົນ
ປະຕິວັດລາວ.
ດັ່ງນັ້ນ; ຈຶ່ງແຈ້ງມາຍັງທຸກພາກສ່ວນຮັບຊາບ ແລະ ປະຕິບັດນັບແຕ່ມື້ໄດ້ຮັບແຈ້ງການເປັນຕົ້ນໄປ.
ເຊິ່ງຊາວເນັດ, ຄົນບັນເທີງໄດ້ອອກມາສະແດງຄໍາຄິດເຫັນ ແລະ Save LGBTQ ກັນຍ່າງຫຼວງຫຼາຍ, ອະ ຈະເປັນແນວໃດຕໍ່ໄປ ຖ້າຕິດຕາມ