• Sun. Dec 10th, 2023

Lao Sport Update

ຮອບດ້ານວົງການກິລາ

ບົດສະຫຼຸຸບຂອງ ທີມຊາດຍິງລາວ ຢູ 19 ໃນບານເຕະຊີງແຊັມອາຊຽນ 2023 ຄັ້ງທໍາອິດ

ທີມຊາດຍິງລາວ ຮຸ່ນອາຍຸບໍ່ເກີນ 19 ປີລົງສະໜາມຄົບ 3 ນັດຮອບແບ່ງກຸ່ມໃນແຂ່ງຂັນບານເຕະຍິງຊີງແຊັມອາຊຽນ 2023 ຮຸ່ນອາຍຸບໍ່ເກີນ 19 ປີ ເມື່ອວັນທີ 9 ກໍລະກົດ 2023 ທີ່ເມືອງປາແລມບັງ ປະເທດອິນໂດເນເຊຍ ບໍ່ດີພໍທີ່ຈະໄປຕໍ່ໄດ້ຕົກຮອບໄປ (ລາຍລະອຽດເບິ່ງຄລິບ)

ທີມຊາດຍິງລາວ ລົງສະໜາມນັດທໍາອິດເສຍໃຫ້ກັບ ກໍາປູເຈຍ 1-2 ແລະ ນັດທີ 2 ເສຍໃຫ້ ອິນໂດເນເຊຍ 1-4 ກ່ອນທີ່ນັດທີ 3 ລົງສະໜາມພັບກັບ ຕີມໍ ເລສເຕ ເມື່ອວັນທີ 9 ກໍລະກົດ 2023 ເຊິ່ງທີມຊາດລາວ ລະເບີດຟອມເກັ່ງຖະຫຼົ່ມ ຕີມໍ ໄປຂາດລອຍ 5-0 ຈາກການຍິງຂອງ (ລາຍລະອຽດເບິ່ງຄລິບ)

ເຮັດໃຫ້ ທີມຊາດຍິງລາວ ເກັບ 3 ຄະແນນສົ່ງທ້າຍໃນກຸ່ມ A ກອດຄໍ ຕີມໍ ທີ່ບໍ່ມີຈັກຄະແນນຕົກຮອບໄປ, ສ່ວນ ເຈົ້າພາບ ອິນໂດເນເຊຍ ເກັບເພີ່ມເປັນ 9 ຄະແນນຈາກໄຊຊະນະ 3 ນັດລວດ ຜ່ານເຂົ້າຮອບ 4 ທີມສຸດທ້າຍເປັນທີມທໍາອິດ ໃນຖານະແຊັມກຸ່ມ A (ລາຍລະອຽດເບິ່ງຄລິບ)

Leave a Reply

Your email address will not be published. Required fields are marked *