• Tue. Nov 28th, 2023

Lao Sport Update

ຮອບດ້ານວົງການກິລາ

ຊ້າງນ້ອຍ ເອັຟຊີ ຄວ້າແຊັມທີ 2 ຂອງປີ 2022, ກີ້ດາວອນ ຄວ້າລາງວັນນັກເຕະດີເດັ່ນ 2 ລາຍການຊ້ອນ

ຊ້າງນ້ອຍ ເອັຟຊີ ກວາດທັງໝົດແຊ້ມ ແລະ ລາງວັນດີເດັ່ນຕ່າງປະຈໍາການແຂ່ງຂັນ LFF LAO FORD CUP 2022 ຫຼັງຮອບຊີງຊະນະເລີດເອົາແຊງເອົາຊະນະ ມາສເຕີ 7 ເອັຟຊີ 2-1 ໃນການຕໍ່ເວລາພິເສດ 30 ນາທີໆ ຫຼັງສະເໝີກັນ 1-1 ເມື່ອວັນທີ 28 ສິງຫາ 2022.

ຜົນການແຂ່ງຂັນເບິ່ງໄດ້ທີ່ຄລິບລຸ່ມນີ້:

ນອກຈາກ ໄດ້ແຊັມ LFF LAO FORD CUP 2022 ຂອງ ຊ້າງນ້ອຍ ເອັຟຊີ ຍັງເປັນແຊ້ມລາຍການທີ 2 ໃນປີ 2022 ຕໍ່ຈາກລາຍການ ເປບຊີ ລາວລີກ 1 ທີ່ຫາກໍຈົບໄປເມື່ອບໍ່ດົນມານີ້ ນັກເຕະຊ້າງນ້ອຍ ຍັງກວາດລາງວັນອື່ນໆໄປອີກຄື:

-ລາງວັນນັກເຕະດີເດັ່ນ: ກີ້ດາວອນ ຄວ້າລາງວັນນີ້ 2 ລາຍການຊ້ອນ ຕໍ່ຈາກ ເປບຊີ ລາວລີກ 1 ປີ 2022

-ລາງວັນດາວຍິງສູງສຸດ: ກີ້ດາວອນ

-ລາງວັນຜູ້ຮັກສາປະຕູດີເດັ່ນ: ສໍລິສັກ

-ລາງວັນຄູຝຶກດີເດັ່ນ: ທ່ານ SATYASAGARA (ລາຍລະອຽດເບິ່ງຄລິບລຸ່ມນີ້)

Leave a Reply

Your email address will not be published. Required fields are marked *