ທີມຊາດຍິງລາວ ຮຸ່ນອາຍຸບໍ່ເກີນ 19 ປີປະກາດ 23 ລາຍຊື່ນັກກີລາຄົນສຸດທ້າຍ ເຂົ້າຮ່ວມການແຂ່ງຂັນບານເຕະຍິງຊີງແຊັມອາຊຽນ 2023 ຮຸ່ນອາຍຸບໍ່ເກີນ 19 ປີ ລະຫວ່າງວັນທີ 5-15 ກໍລະກົດ 2023 ທີ່ເມືອງປາແລມບັງ ປະເທດອິນໂດເນເຊຍ ໂດຍທ່ານ ວຽງສະຫວັນ ໄຊຍະບູນ ເປັນຫົວຫນ້າຄູຝຶກ ໄດ້ຄັດເລືອກນັກກີລາ 23 ຄົນສຸດທ້າຍ ( ລາຍລະອຽດຕາມວີດີໂອ )
ສໍາລັບ ການແຂ່ງຂັນລາຍການດັ່ງກ່າວມີ 10 ປະເທດ ເຂົ້າຮ່ວມ ການແຂ່ງຂັນ ໂດຍແບ່ງອອເປັນ 3 ກຸ່ມ ຄັດອັນດັບ 1 ຂອງແຕ່ລະກຸ່ມ ຜ່ານເຂົ້າຮອບ ແລະ ອັນດັບ 2 ທີ່ມີຄະແນນດີທີ່ສຸດຜ່ານເຂົ້າຮອບຮອງຊະນະເລີດ.
– ກຸ່ມ A: ອິນໂດເນເຊຍ, ກຳປູເຈຍ, ລາວ ແລະ ຕີມໍ ເລສເຕ
– ກຸ່ມ B: ຫວຽດນາມ, ມາເລເຊຍ ແລະ ສິງກະໂປ
– ກຸ່ມ C: ໄທ, ມຽນມາ ແລະ ຟີລິບປິນ
ສ່ວນຕາຕະລາງ ການແຂ່ງຂັນຂອງທີມຊາດລາວ ມີຄື: ( ລາຍລະອຽດຕາມວີດີໂອ )