• Mon. May 29th, 2023

Lao Sport Update

ຮອບດ້ານວົງການກິລາ

ທັບເສືອໃຕ້ ບາເຢິນ ມິວນິກ ເພີ່ມສະຖິຕິຊະນະ ບາຣເຊໂລນ້າ 5 ນັດຕິດຕໍ່ກັນ ເປັນຄັ້ງທຳອິດ ພາຍຫລັງເປີດບ້ານ ຄວ້າໄຊເໜືອ ບາຣຊ້າ 2-0 ເຕະບານ ຢູຟ້າ ແຊ້ມປ້ຽນລີກ ຮອບແບ່ງກຸ່ມ ນັດທີ 2 ໃນຄືນວັນທີ 13 ກັນຍາຜ່ານມາ, ໄດ້ປະຕູຈາກ ລີໂອ ແອັກນ໋ອງເດັຊ ນາທີ 50′ ແລະ ເລຣອຍ ຊາເນ່ ນາທີ 54′ ເຮັດໃຫ້ ບາຣຊ້າ ເສຍນັດທຳອິດໃນລະດູການນີ້ ໂດຍ 5 ນັດຫລັງສຸດທີ່ ບາເຢິນ ຊະນະ ບາຣຊ້າ ໃນແຊ້ມປ້ຽນລີກ ທັບເສືອໃຕ້ ຍິງໄດ້ເຖິງ 19 ໜ່ວຍ ເສຍພຽງ 4 ປະຕູ.

ຜົນອີກໜຶ່ງຄູ່ໃນກຸ່ມດຽວກັນ ອິນເຕີ ມິລານ ບຸກຊະນະ ວິກຕໍເຣຍ ພິວເຊັນ 2-0. ຕາຕະລາງຄະແນນຂະນະນີ້ ຜ່ານໄປ 2 ນັດ ບາເຢິນ  ມີ 6 ຄະແນນເຕັມ, ບາຣຊ້າ ແລະ ອິນເຕີ ມີ 3 ຄະແນນ, ວິກຕໍເຣຍ ພິວເຊັນ ຍັງບໍ່ມີຄະແນນ, ນັດຕໍ່ໄປ ບາເຢິນ ພົບ ວິກຕໍເຣຍ ພິວເຊັນ ແລະ ອິນເຕີ ຈະພົບກັນ ບາຣຊ້າ ໃນຄືນນີ້ 4 ຕຸລາ 2022.

Photo: UEFA Champions League

Leave a Reply

Your email address will not be published. Required fields are marked *