• Sun. Dec 10th, 2023

Lao Sport Update

ຮອບດ້ານວົງການກິລາ

ບົດສະຫຼຸບຂອງ ຢູ 17 ລາວ ໃນບານເຕະຊີງແຊ້ມອາຊີ 2023 ຮອບສຸດທ້າຍ ຫຼັງເສຍໃຫ້ ມາເລເຊຍ

ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 17 ປີ ກຽມລົງນັດສົ່ງທ້າຍພົບກັບ ມາເລເຊຍ ໃນການແຂ່ງຂັນບານເຕະຊີງແຊັມອາຊີ 2023 ຮຸ່ນອາຍຸບໍ່ເກີນ 17 ປີ ຮອບສຸດທ້າຍ ມື້ນີ້ວັນທີ 21 ມິຖຸນາ 2023 ເວລາ 19:00 ໂມງ ທີ່ສະໜາມທໍາມະສາດ ປະເທດໄທ ປາກົດວ່າ ທີມຊາດລາວ ເສຍໄປ 1-2.( ລາຍລະອຽດເບິ່ງຄລິບ )

ຜົນງານຂອງ ທີມຊາດລາວ ລົງສະໜາມເສຍໃຫ້ກັບ ໄທ 1-2 ແລະ ລົງສະໜາມນັດທີ 2 ເສຍໃຫ້ກັບ ເຢເມນ ຫວຸດຫວິດ 1-2 ເຮັດໃຫ້ຕົກຮອບ ( ລາຍລະອຽດເບິ່ງຄລິບ )

ສໍາລັບ ການແຂ່ງຂັນບານເຕະຊີງແຊັມອາຊີ 2023 ຮຸ່ນອາຍຸບໍ່ເກີນ 17 ປີ ( AFC U17 ASIAN CUP 2023 ) ຮອບສຸດທ້າຍທີ່ປະເທດໄທ ແມ່ນແຂ່ງຂັນລະຫວ່າງວັນທີ 15 ມິຖຸນາ ຫາ 2 ກໍລະກົດ ໂດຍມີທັງໝົດ 16 ທີມ ແບ່ງອອກເປັນ 4 ກຸ່ມຄັດເອົາທີ 1 ແລະ 2 ເຂົ້າຮອບ 8 ທີມສຸດທ້າຍ ( ລາຍລະອຽດເບິ່ງຄລິບ )

Leave a Reply

Your email address will not be published. Required fields are marked *