• Fri. Dec 1st, 2023

Lao Sport Update

ຮອບດ້ານວົງການກິລາ

ຊາລ້າ ມາແລ້ວ! ຍິງ 1 ປະຕູ ຊ່ວຍ ລີເວີພູລ ຊະນະ ອາແຈັກ 2-1 ໄດ້ 3 ແຕ້ມສຳຄັນ ໃນແຊ້ມປ້ຽນລີກ

ຫົງແດງ ລີເວີພູລ ກັບມາສູ່ໄຊຊະນະອີກຄັ້ງ ພາຍຫລັງເປີດບ້ານຄວ້າໄຊເໝືອ ອາແຈັກ ອຳສະເຕີດຳ ແຊ້ມລີກສູງສຸດຂອງເນເທີແລນ (ໂຮນລັງ) ແບບຫວຸດວິດ 2-1 ເຕະບານ ຢູຟ້າ ແຊ້ມປ້ຽນລີກ ຮອບແບ່ງກຸ່ມ ນັດທີ 2 ໃນຄືນວັນທີ 13 ກັນຍາຜ່ານມາ, ໂມຮາເໝັດ ຊາລ້າ ຍິງປະຕູໃຫ້ຫົງແດງຂຶ້ນນຳກ່ອນນາທີ 17′ ແຕ່ 10′ ນາທີຕໍ່ມາ ທີມຢາມໄລ່ຕີສະເໝີຈາກ ໂມຮຳເໝັດ ກູດຸສ.

ເຄິ່ງຫລັງ ເຈົ້າບ້ານ ລີເວີພູລ ບຸກຢ່າງໜັກ ແລະ ມາປະສົບຜົນສຳເລັດໄດ້ປະຕູໄຊຈາກ ໂຈເອວ ມາຕິບ ນາທີ 89′ ຈົບເກມ ລີເວີພູລ ຊະນະ ອາແຈັກ ແບບຫວຸດວິດ 2-1 ນັດນີ້ ລີເວີພູລ ມີໂອກາດຍິງເຖິງ 24 ຄັ້ງ ຫລາຍກວ່າ ອາແຈັກເຖິງ 7 ເທົ່າ ແລະ ໄຊຊະນະນັດນີ້ ເປັນຫລາຍກວ່າ 3 ຄະແນນ ເພາະໄດ້ສ້າງຄວາມໝັ້ນໃຈໃຫ້ທັບຫົງແດງ ເພື່ອເດີນໜ້າຄວ້າໄຊຊະນະຕໍ່ໆໄປ ພາຍຫລັງອອກໂຕລະດູການນີ້ຟອມບໍ່ປະຈັກຕາ ຍັງມີຫລາຍຈຸດໃຫ້ປັບແກ້ ໂດຍສະເພາະນັດທຳອິດບຸກເສຍໃຫ້ ນາໂປລີ ເຖິງ 1-4.

ລີເວີພູລ ແລະ ອາແຈັກ ແຂ່ງ 2 ນັດ ມີ 3 ຄະແນນ ສ່ວນ ນາໂປລີ ແຂ່ງ 1 ນັດ ມີ 3 ຄະແນນ, ແຣນເຈີ ແຂ່ງ 1 ນັດ ຍັງບໍ່ມີຄະແນນ, ສຳລັບນັດທີ 2 ຂອງ ນາໂປລີ ແລະ ແຣນເຈີ ຈະພົບກັນ ໃນຄືນນີ້ 14 ກັນຍາ ເວລາ 2:00.

Photo: UEFA Champions League

Leave a Reply

Your email address will not be published. Required fields are marked *