• Sat. Dec 9th, 2023

Lao Sport Update

ຮອບດ້ານວົງການກິລາ

ພູຜາ ຈັນທະວົງ ເຍົາວະຊົນລາວ ໂດດເດັ່ນພາຍໃນເດືອນດຽວຄວ້າແຊ້ມໄດ້ຈາກ ເທັນນິດ – ບານເຕະ

ທ້າວ ພູຜາ ຈັນທະວົງ ຫຼື ພູມ ເດັກນ້ອຍລາວຜູ້ຫຼາກຫຼາຍຄວາມສາມາດ ສ້າງຜົນງານໄດ້ຢ່າງໂດດເດັ່ນພາຍໃນເດືອນດຽວ (ເດືອນມິຖຸນາ) ສາມາດຄວ້າລາງວັນຊະນະເລີດ ປະເພດກິລາເທັນນິດ ແລະ ກິລາບານເຕະ ໂດຍແຊ້ມເທັນນິດສາມາດປ້ອງກັນແຊ໋ມກິລາເທັນນິດເຍົາວະຊົນລາວ ລາຍການ Tigerhead Open 2023 ໃນຮຸ່ນອາຍຸ 8-12 ປີ ແລະ ບານເຕະແມ່ນໄດ້ ແຊ໋ມບານເຕະ ຢູ-9 ລາຍການ ACF Vietnam Football Tournament 2023 ມາໃໝ່ໆໝາດໆ. (ລາຍລະອຽດເບິ່ງຄລິບ)

ທ້າວ ພູຜາ ຈັນທະວົງ ໃຫ້ສຳພາດວ່າ: ຫຼານມີຄວາມຮູ້ສຶກດີໃຈຫຼາຍ ທີ່ເຮັດໃຫ້ຄອບຄົວ ກໍຄື ພໍ່ຫຼານ ທີ່ເປັນຜູ້ຢູ່ເບື້ອງຫຼັງໃຫ້ການສະໜັບສະໜູນຫຼານໂດຍບໍ່ຜິດຫວັງໃນຕົວຫຼານ ທີ່ຫຼານສາມາດຍາດໄດ້ອັນດັບທີ 1 ໃນສອງປະກິລາ ທັງກິລາບານເຕະ ແລະ ກິລາເທັນນິດ ໃນຕໍ່ໜ້າ ຈະສືບຕໍ່ຝຶກຝົນພັດທະນາຕົວຫຼານໃຫ້ເກັ່ງກວ່າເກົ່າ ໃຫ້ສົມກັບພໍ່ຕັ້ງໃຈຢາກເຫັນຫຼານ ກ້າວເປັນນັກກິລາອາຊີບ ສາມາດຮັບໃຊ້ທີມຊາດໃນອະນາຄົດ ແລ້ວຫຼານຈະເຮັດໃຫ້ພໍ່ແມ່ບໍ່ຜິດຫວັງໃນຕົວຫຼານ.
ຂ່າວໂດຍ ສົງການ ພັນແພງດີ

Leave a Reply

Your email address will not be published. Required fields are marked *