ແອນນາ ມາລິສາ ຈາກເມືອງທ່າແຂກແຂວງຄຳມວ່ນ ຕົວແທນ”ແຂວງຄຳມວ່ນ ” ຮຽນຈົບຈາກ ໂຮງຮຽນມັດທະຍົມສຶກສາຕອນປາຍ.
ຫລັງຈາກຈົບມໍ 7 ໄດ້ມີໂອກາດໄປເຮັດວຽກເປັນໄກ້ທອ່ງທ່ຽວຢູ່ ພູຜາມ່ານ.ເປັນນາງແບບຊຸດລາວ, ຊຸດຜ້າໄຫມ.
ຄວາມສາມາດພິເສດພອ້ນ,ສາມາດສືສານພາສາພາສາອັງກິດໄດ້,ແລະໄທຍ,ລາວເປັນຕົ້ນ
ຜ່ານມາເຄີຍປະກວດ ນາງສັງຂານ,ນາງສາວທອ່ງທ່ຽວ ແລ້ວຄາດຫັວງວ່າເວທີນີ້ຈະສາມາດເຮັດໃຫ້ຜູ້ຍິງທຳມະດາໄດ້ກາຍເປັນຄົນທີ່ມີຄົນຮູ້ຈັກໃນສັງຄົມຫລາຍແລະສາມາດມີອານາຄົດທີ່ດີຂຶ່ນໄດ້ແລະສາມາດຕອບແທນອົງກອນ Miss Universe laos ໄດ້ທັດສະນະຄະຕິຂອງນອ້ງຄື “ຄົນເຮົາບໍ່ສາມາດເລືອກເກີດໄດ້ແຕ່ເຮົາສາມາດເລືອກທີ່ດີແລະເຮັດໃຫ້ຄອບຄົວມີຄວາມສຸກໄດ້” ຄະຕິປະຈຳໃຈ ເຮັດທຸກມື້ໃຫ້ດີທີ່ສຸດ ເຂັ່ມແຂງອົດທົນເພື່ອຄົນທີ່ເຮົາຮັກ ບໍ່ວ່າຈະເຈີອຸປະສັກຫັຍງນອ້ງຄິດສະເຫມີວ່າເພື່ອຄອບຄົວເພື່ອພໍ່ ເພື່ອແມ່.
ສະເປັກຂອງນ້ອງ: ເປັນຄົນທຳມະດາ ທີ່ເຂົ້າໃຈກັນຢູ່ນຳກັນແລ້ວຊວ່ຍກັນສ່າງຊວ່ຍກັນຫາບໍ່ວ່າຈະເຈີອຸປະສັກຫັຍງຈັບມື້ກັນກ້າວຜ່ານທຸກໆຢ່າງໄປນຳກັນ ແລະຕອ້ງເປັນຄົນທີ່ຮັກຄອບຄົວແອນນຳ ແລະອີກຢ່າງຫນຶ່ງ ປູກຕົ້ນໄມ້ ງາມ ເພາະແອນມັກດອກໄມ້ຕົ້ນໄມ້ຫລາຍ ແລະ ບໍ່ຂໍຫັຍງຫລາຍຊ່ຳນີ້ກະເປັນສະເປັກແອນແລ້ວ.
ນອ້ງມີເອື້ອຍອ້າຍທັງຫມົດ (4ຄົນ)
ຖ້ານອ້ງໄດ້ເປັນ Miss Universe ນອ້ງກໍ່ຢາກຊວ່ຍເຫລື່ອເດັກນອ້ຍທີ່ດອ້ຍໂອກາດ,ຄົນບໍ່ມີທຶນການສຶກສາແລະຄົນພິການ ໃຫ້ເຂົາໄດ້ມີໂອກາດມີອານາຄົດທີ່ດີໄດ້ມີວຽກເຮັດງານທຳ ແລະເປັນອີກກະບອກສຽງຊວ່ຍເຫລືອວັດທະນະທຳແລະການທອ່ງທ່ຽວ ຊວ່ຍເປັນກະບອກສຽງແນະນຳສະຖານທີ່ທອ່ງທ່ຽວໃນລາວ
ຝາກຖຶງທຸກຄົນຊອ່ຍເຊຍ ແອນນາ ຈາກເດັກນອ້ຍຢ້າກຈົນທຳມະດາຄົນຫນຶ່ງສູ້ຜູ້ເຂົ້າປະກວດ Miss Universe laos 2023 ຜ່ານຄວາມອົດທົນຄວາມພະຍາຍາມຄວາມສູ້ຊີວິດເພື່ອຄອບຄົວທີ່ໂຕເອງຮັກຖຶງຈະເຈີອຸປະສັກແຕ່ກະສູ້ບໍ່ຖອ່ຍ ພອ້ມເປັນແບບຢ່າງແລະເປັນກຳລັງໃຈໃຫ້ທຸກຊີວິດທີ່ກຳລັງສູ້ກັບໂຊກຊະຕາ ເຮົາບໍ່ສາມາດເລືອກເກີດໄດ້ແຕ່ເຮົາສາມາດເປັນຄົນທີ່ເຂັ່ມແຂງແລະສວຍງາມໃນແບບຂອງເຮົາໄດ້ ຄືກັນກັບບົວທີ່ພົ້ນນ້ຳ
Mariza Khompasook