• Sat. Dec 9th, 2023

Lao Sport Update

ຮອບດ້ານວົງການກິລາ

ສິ້ນສຸດການລໍຄອຍ ທີມຊາດລາວ ປະກາດແຕ່ງຕັ້ງ ອາເຣນ່າ ຊາວອິຕາລີເປັນຫົວໜ້າຄູຝຶກ ຄົນໃໝ່

ByAdmin KL

Jun 8, 2023 #ກິລາ

ສິ້ນສຸດການລໍຄອຍ ສະຫະພັນບານເຕະແຫ່ງຊາດລາວ (ສຕລ) ປະກາດຜ່ານເພຈ໌ບຸກທາງການວ່າ: ໄດ້ເຫັນດີແຕ່ງຕັ້ງທ່ານ ອາເຣນ່າ ກູເລຍໂມ່ ARENA GUGLIERMO ສັນຊາດອິຕາລີ ໃນໄວ 50 ປີໃຫ້ເປັນຫົວໜ້າຄູຝຶກທິມຊາດລາວ ຄົນໃໝ່ ກຽມນໍາທີມລຸຍ 2 ລາຍການໃຫຍ່ ໃນປີນີ້. ( ລາຍລະອຽດເບິ່ງຄລິບ )

ທ່ານ ອາເຣນ່າ ກູເລຍໂມ່ ມີໃບປະກາດ UEFA Pro License ແລະ ມີຜົນງານການຄຸມທີມໃນລີກຫລາຍປະເທດຄື: ລີກໃນປະເທດບູກີນາຟາໂຊ, ເບນິນ, ສິງກະໂປ, ໂອມານ, ອານຈີເຣຍ, ສະຫະລັດອາຣັບ ອີມີເຣດ, ມາຣົກ ລວມທັງຍັງເປັນຜູ້ຊ່ວຍຄູຝຶກ Philippe Troussier ໃນ ສະໂມສອນ Hangzhou Greentown ໃນລີກ ສປ. ຈີນ.
ທ່ານ ອາເຣນ່າ ກູເລຍໂມ່ ລຸຍ 2 ລາຍການໃຫຍ່ ( ລາຍລະອຽດເບິ່ງຄລິບ )

ຂະນະທີ່ ທ່ານ ໄມເຄິລ ໄວທ໌ ຫົວໜ້າຄູຝຶກຊາວເຢຍລະມັນ ທີ່ກ່ອນໜ້ານີ້ ປະກາດອໍາລາທີມຊາດລາວ ຫຼັງໝົດສັນຍາໃນວັນທີ 1 ມິຖຸນາ 2023 ຫຼ້າສຸດ ທ່ານ ໄມເຄິລ ໄວທ໌ ກໍໄດ້ວຽກແລ້ວກໍຄືໄປເປັນ ຫົວໜ້າຄູຝຶກຂອງ ທີມຊາດຟິລິບປິນ ( ລາຍລະອຽດເບິ່ງຄລິບ )

Leave a Reply

Your email address will not be published. Required fields are marked *