• Thu. Sep 28th, 2023

Lao Sport Update

ຮອບດ້ານວົງການກິລາ

ຍິນດີນໍາ Bow Vanvisa Namsena Miss Teen International Laos ຄົນໃໝ່

ByAdmin A

Jun 6, 2023

ສະແດງຄວາມຍິນດີກັບ Bow Vanvisa Namsena ທີ່ຫຼ້າສຸດຖືກປະກາດຢ່າງເປັນທາງການ ຈາກເພຈ Miss Teen International
ເປັນ Miss Teen International Laos ຄົນໃໝ່ ແລະ ຈະໄດ້ເປັນຕົວແທນປະເທດລາວ ປະກວດ Miss Teen International 2023
ໂບ ວັນວິສາ ນາມເສນາ ເດີມແມ່ນເປັນ 𝐌𝐈𝐒𝐒 𝐓𝐄𝐄𝐍 𝐋𝐀𝐎𝐒 𝟐𝟎𝟐𝟐 17 ປີ ສັງກັດທີ່ Naga Studio ໂບ ເລີ່ມເຂົ້າວົງການການປະກວດຕັ້ງແຕ່ອາຍຸ 11 ປີ ເທົ່ານັ້ນ ເວທີທຳອິດແມ່ນ Laos Supermodel 2017 ໄດ້ຜ່ານຮອບ 50 ຄົນ

ປີ2019 ໂບໄດ້ມາປະກວດ Miss Teen Laos 2019 ເປັນເວທີນາງງາມເວທີທຳທີ່ເຮັດໃຫ້ໂບໄດ້ເຂົ້າຮອບເລິກເຖິງຮອບ 10 ຄົນສຸດທ້າຍ ແລະ ໃນປີ2020 ຈາກນັ້ນປະກວດອີກຄັ້ງໃນເວທີ TKK Supermodel Contest 2020 ຈົນເຮັດໃຫ້ໂບໄດ້ຮັບລາງວັນຮອງອັນດັບສອງ ແລະ ນີ້ຈຶ່ງເປັນຈຸດເລີ່ມຕົ້ນຂອງການເຂົ້າວົງການ ແລະ ປະກວດໃນເວທີ Miss Teen Laos 2022 ໄດ້ຮັບຕໍາແໜ່ງ Miss Teen Laos 2022 ແລະ ຫຼ້າສຸດກໍໄດ້ເປັນຕົວແທນປະເທດລາວປະກວດ Miss Teen International 2023

.

ສໍາລັບຄະຕິປະຈຳໃຈ ‘’ຢ່າຢ້ານທີ່ຈະລົ້ມເຫລວ ແຕ່ຈົງຢ້ານຖ້າບໍ່ໄດ້ລົງມືເຮັດ’’ ແລະ ການກັບມາເທື່ອນີ້ສິ່ງ ທີ່ຢາກຈະໂຊອອກສູ່ສາຍຕາທຸກຄົນແມ່ນ ການເຕັ້ນ, ຮ້ອງ, ຟ້ອນ ແລະ ເດີນແບບ ຄິດວ່າຕົນເອງມີຈຸດເດັ່ນໃນເລື່ອງການເປັນໂຕຂອງຕົນເອງ ບໍ່ຢຸດທີ່ຈະພັດທະນາໂຕເອງ ໝັ້ນໃຈເຮັດທຸກຢ່າງໃຫ້ເຕັມທີ່ກັບມັນຊັດເຈນກັບທຸກສິ່ງ ນ້ອງໄດ້ຕັ້ງເປົ້າໝາຍທີ່ຊັດເຈນໄວ້ແລ້ວຈະສ້າງຝັນຂອງຕົນເອງໃຫ້ເປັນຈິງນີ້ແລຄືສິ່ງທີ່ຈະເຮັດໃຫ້ນ້ອງຊະນະໃຈຄະນະກຳມະການ ແລະ ໄດ້ຕຳແໜ່ງ.

ກິດຈະກຳທີ່ມັກເຮັດເວລາວ່າງແມ່ນໂບເປັນຄົນທີ່ມັກຢູ່ກັບຄອບຄົວຫຼາຍໆ ແລະ ການຫລີ້ນກິລາຕີດອກປີກໄກ່ ເຮັດອາຫານແບ່ງໃຫ້ຄົນໃນຊຸມຊົນດຽວກັນ ແລະ ຝຶກເຕັ້ນ ສ່ວນຮູບແບບການແຕ່ງໂຕຂອງນ້ອງມັກແນວຫວານໆ ຜົນງານຜ່ານມາແມ່ນຮ່ວມເດີນແບບໃຫ້ງານ better together charity ແລະ ໄດ້ຖ່າຍແບບຕ່າງໆ ຖ່າຍໂຄສະນາໃຫ້ທົ່ງຂັນຄຳມໍນຳອີກດ້ວຍ
ລາຍລະອຽດເພີ່ມຕິດຕາມຕໍ່ໄປ

.

Bow Vanvisa

Leave a Reply

Your email address will not be published. Required fields are marked *