ວິທີຊື້ປີ້ລົດໄຟຊຳລະດ້ວຍ BCEL One
ຂ່າວດີ! ທ່ານສາມາດຊື້ປີ້ລົດໄຟໃນ LCR TICKET ຊຳລະເປັນເງິນກີບດ້ວຍ BCEL ONE ໄດ້ແລ້ວ!
ໃນວັນທີ 31 ພຶດສະພາ ເປັນຕົ້ນໄປ ທ່ານສາມາດຊື້ປີ້ໃນ LCR TICKET APP ຜ່ານ Onepay ໄດ້ແລ້ວ, ໂດຍບໍລິສັດທາງລົດໄຟ ລາວ-ຈີນ ຈໍາກັດໄດ້ຮ່ວມມືກັບທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ເພີ່ມຊ່ອງທາງການຊຳລະເງິນດ້ວຍ BCEL One ເຂົ້າໃນ LCR TICKET APP ເພື່ອໃຫ້ປະຊາຊົນມີວິທີການຊໍາລະທີ່ຫຼາກຫຼາຍ ແລະ ສະດວກສະບາຍຂຶ້ນ, ນີ້ກໍເປັນມາດຕະການໜຶ່ງໃນການສືບຕໍ່ປັບປຸງຂອດການບໍລິການຂົນສົ່ງຜູ້ໂດຍສານຂອງທາງລົດໄຟລາວ-ຈີນໃຫ້ດີທີ່ສຸດ.
.
ນອກຈາກນີ້ທ່ານຍັງສາມາດຊື້ປີ້ໃນ LCR TICKET APP ໂດຍຜ່ານການຊໍາລະດ້ວຍ Visa, UnionPay, WeChat ແລະ Alipay, ເພື່ອໃຫ້ແກ່ປະຊາຊົນສາມາດຊື້ປີ້ໄດ້ຢ່າງສະດວກ ແລະ ວ່ອງໄວຫຼາຍຂຶ້ນ, ບໍລິສັດທາງລົດໄຟລາວ-ຈີນໄດ້ຮັບຟັງຄຳຄິດເຫັນຈາກມາຫາຊົນສ່ວນຫຼາຍ ປະສານສົມທົບຮ່ວມມືກັບບໍລິສັດຜູ້ຜະລິດ APP ຂອງທາງລົດໄຟເພີ່ມການຊຳລະດ້ວຍ BCEL One, ປັບປຸງລະບົບການຂາຍປີ້ໃຫ້ມີຄວາມສົມບູນ, ວ່ອງໄວ ແລະ ສະດວກກວ່າ, ນອກນີ້ຍັງບໍ່ຄິດຄ່າບໍລິການໃດໆໃນການຊຳລະດ້ວຍລະບົບດັ່ງກ່າວ, ເຊິ່ງປະຈຸບັນ, ຜູ້ໂດຍສານສາມາດຊຳລະປີ້ຜ່ານວິທີການຊຳລະເງິນຄື: WeChat, Alipay, Visa, BCEL One ແລະ UnionPay.