ຖືເປັນອີກພາບແຫ່ງຄວາມຈື່ຈໍາ ແລະ ດອກໄມ້ປະດັບຂ້າງໆສະໜາມສໍາລັບ ສາວ ກຸ້ງ ພອນສະຫວັນ ຕາກ້ອງຜູ້ໜ້າຮັກທັງງາມທັງເກັ່ງໄປດ້ວຍຄວາມສາມາດຕ່າງ ຫຼ້າສຸດ ສາວກຸ້ງກໍໃຊ້ເວລາຫວ່າງໃຫ້ເປັນປະໂຫຍດລົງຖ່າຍຮູບໃນການແຂ່ງຂັນບານເຕະຊີງແຊ້ມອາຊີ 2023 ຮອບຄັດເລືອກ ທີ່ ສປປ ລາວ ເປັນເຈົ້າພາບ ນັດທີ່ ຢູ 20 ລາວ ເອົາຊະນະ ກວມ 3-0 ໃນວັນທີ 10 ກັນຍາ ທີ່ຜ່ານມາ.
ນັດຫຼ້າສຸດ ຢູ 20 ລາວ ເສຍໃຫ້ກັບ ຍີ່ປຸ່ນ ສາວກຸ້ງບໍ່ໄດ້ມາເນື່ອງຈາກຕິດພາລະກິດ, ແນ່ນອນນັດຕໍ່ໄປ
– 14/09/2022 ເວລາ 19:00 ລາວ ພົບ ເຢເມນ
– 18/09/2022 ເວລາ 19:00 ລາວ ພົບ ປາແລສຕິນ ກໍຈະມີໂອກາດເຫັນເພິ່ນກໍໄດ້ໄປເບິ່ງນໍາກັນ
ສໍາລັບ ນາງ ພອນສະຫວັນ ຍົດທະສັກ ( ຊື່ຫລິ້ນ ຊື່ ກຸ້ງ) ປັດຈຸບັນ ຢູ່ ບ້ານ ທ່າສະຫວ່າງ ເມືອງ ໄຊທານີ ແຂວງ ນະຄອນຫລວງວຽງຈັນ ຈົບຈາກ ສະຖາບັນການທະນາຄານ ສາຂາ ການເງິນຈຸລະພາກ ເລີ່ມ ເປັນຊ່າງພາບ ກັບ ສະຫະພັນບານເຕະແຫ່ງຊາດລາວ ( ສຕລ ) ນັບແຕ່ປີ 2019 ຈົນເຖິງປັດຈຸບັນ. ເບິ່ງຂໍ້ມູນເພີ່ມຕື່ມໄດ້ທີ່ຄລິບ: