• Wed. Jun 7th, 2023

Lao Sport Update

ຮອບດ້ານວົງການກິລາ

ຕ໊ອກຢໍ້າຄວາມສໍາເລັດແຊ້ມຊີເກມ ອິນໂດເນເຊຍ ໄດ້ໂອກາດອຸ່ນເຄື່ອງກັບ ອາເຈນຕິນາ ແຊັມບານໂລກ

ກາຍເປັນຄວາມຍິ່ງໃຫຍ່ຂອງ ທີມຊາດອິນໂດເນເຊຍ ແລະ ຊາວອິນໂດເນເຊຍ ພາຍຫຼັງທີ່ວ່າປະສົບຜົນສໍາເລັດສູງແລ້ວໃນການແຂ່ງຂັນບານເຕະຊາຍ ໃນງານມະຫະກໍາກີລາ ຊີເກມ ຄັ້ງທີ 32 ທີ່ປະເທດກໍາປູເຈຍ ໃນນັດຊີງຊະນະເລີດເປັນນັດທີ່ຄົບເຄື່ອງມັນ, ເດືອດ ແລະ ມີຮອດການຕີກັນ ກ່ອນທີ່ຈະເປັນ ອິນໂດເນເຊຍ ເອົາຊະນະ ໄທ 5-2 ໃນການຕໍ່ເວລາພິເສດ ຫຼັງສະເໝີກັນ 2-2 ຄວ້າຫຼຽນຄໍາໄປຄອງ

ຕໍ່ມາ ຊາວອິນໂດເນເຊຍ ຫຼາຍພັນຄົນໄດ້ຮ່ວມສະແຫຼງແຊັມບານເຕະຊາຍ ໃນຊີເກມ 2023 ຢ່າງຍິ່ງໃຫຍ່ທີ່ນະຄອນຫຼວງຈາກາຕ້າ ປະເທດອິນໂດເນເຊຍ ແລະ ຫຼ້າສຸດ ສະຫະພັນບານເຕະອິນໂດເນເຊຍ ສ້າງຄວາມຍິ່ງໃຫຍ່ ແລະ ເຊີໄພດ້ວຍການປະສົບຜົນສຳເລັດການເຈລະຈາອຸ່ນເຄື່ອງທົດສອບທີມກັບແຊ້ມໂລກ 2022 ຢ່າງທີມຊາດອາເຈນຕິນ້າ (ລາຍລະອຽດເບິ່ງຄລິບ)

Leave a Reply

Your email address will not be published. Required fields are marked *