ເຫັນຂ່າວນີ້ແລ້ວເປັນຕາຢາກໄປຊັອບປີ້ງຢູ່ໄດ ຖ້າຊັອບແລ້ວຈະພົບເນື້ອຄູ່ແຮແຮ!!! ສາວຫວຽດນາມສັ່ງເຄື່ອງອອນລາຍຫຼາຍເປັນພິເສດ ຜູ້ບ່າວກໍ່ມາສົ່ງໃຫ້ເປັນປະຈຳໆຈົນມາວັນໜຶ່ງທັງສອງກໍກາຍເປັນເນື້ອຄູ່ແບບບໍ່ຄາດຄິດມາກ່ອນ.
ຍຸກນີ້ການຊື້ເຄື່ອງຜ່ານອອນລາຍກາຍເປັນກະແສທີ່ທຸກຄົນປາສະຈາກບໍໄດ້ເລີຍ ເພາະມັນສະດວກສະບາຍຫຼາຍ ແຖມຫຼາຍຢ່າງຍັງມາລາຄາທີ່ຖືກກວ່າຂາຍຕາມທ້ອງຕະຫຼາດ ຫຼາຍຄົນຈັ່ງເລືອກສັ່ງອອນລາຍຈົນສະໜິດສະໜົມກັບຄົນສົ່ງເຄື່ອງ ແຕ່ທ່ານຮູ້ບໍເລື່ອງນີ້ສາວຫວຽດນາມລື້ງບໍທຳມະດາຈົນກາຍມາເປັນຄູ່ຊີວິດໜຸ່ມສົ່ງເຄື່ອງເປັນທີ່ຮຽບຮ້ອຍແລ້ວ.
ເຟືອງຮຽນ ເຈົ້າສາວຄົນໜຶ່ງໃນນະຄອນໂຮຈີມິນເລົ່າວ່າ ຕົນເປັນສາວນັກຊັອບ ມັກເປັນພິເສດໃນການຊັອບປິ້ງອອນລາຍເພາະມີສ່ວນລຸດຕະຫຼອດ ສ່ວນເຈົ້າບ່າວແມ່ນເປັນພະນັກງານສົ່ງເຄື່ອງ ຮັບຜິດຊອບແຖວບ້ານສາວນັກຊັອບພໍດີ ຈິ່ງຕ້ອງສົ່ງເຄື່ອງຜູ້ສາວຄົນນັ້ນເປັນປະຈຳ ເມື່ອທັງສອງມີໂອກາດພົບກັນດຸຫຼາຍກໍ່ເກີດເປັນຄວາມຮັກຂຶ້ນມາແບບງົງ.
ທັງສອງເລີ່ມຈາກການທັກຫາກັນທາງຂໍ້ຄວາມຕອບກັນໄປມາ ທຳອິດຈາກຂໍ້ຄວາມທຳມະດາຄ່ອຍໆກ້າວສູ່ບົດສົນທະນາແລກປ່ຽນຊີວິດປະຈຳວັນ ແລະແລກປ່ຽນບັນຫາຕ່າງໆຮ່ວມກັນ ຄ່ອຍໆຮຽນຮູ້ຊີວິດຂອງກັນ ແລະກັນຈົນຜ່ານວັນເວລາຫຼາຍເດືອນກາຍເປັນສອງປີຈົນໃນທີ່ສຸດທັງສອງໄດ້ຕົກຫຼຸມຮັກກັນເຖິງຂັ້ນແຕ່ງງານ.
ດ້ານພໍ່ແມ່ຂອງເຈົ້າສາວແມ່ນຊື່ນຊົມລູກເຂີຍຄົນນີ້ເປັນທີ່ສຸດໃນບັນດາພະນັກງານສົ່ງເຄື່ອງແຖວບ້ານ ເພາະລູກເຂີຍເປັນຄົນຮູບຮ່າງໜ້າຕາກໍບໍໄດ້ຂີ້ລ້າຍແຖມຍັງຂະຫຍັນທຳມາຫາກິນອີກ
ສ່ວນເຈົ້າສາວເອງກໍ່ຍີ້ມບໍຢຸດ ທັງເລົ່າວ່າຕົນບໍຄາດຄິດເລີຍວ່າ ມື້ໜຶ່ງຈະມາໄດ້ຜົວເປັນຄົນສົ່ງເຄື່ອງໃຫ້ຕົນທຸກວັນ ບໍຄິດເລີຍງານອາດິເລດສັ່ງເຄື່ອງບ້າບໍຈະພາມາພົບຮັກແທ້ຢ່າງບໍໄດ້ຕັ້ງໃຈ ແລະເປັນຜູ້ທີ່ຖືກໃຈພໍ່ແມ່ອີກ.