• Wed. Jun 7th, 2023

Lao Sport Update

ຮອບດ້ານວົງການກິລາ

ຊ້າງນ້ອຍ, ມາສເຕີ 7, ເອສະຣາ ເສີມທັບໄດ້ໃຈແຟນບານ, ກ່ອນແຂ່ງ ລາວລີກ 1 ຮອບຂາກັບອາທິດນີ້

ການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ປະຈໍາປີ 2013 ຈະກັບມາແຂ່ງຂັນໃນທ້າຍອາທິດນີ້ ແລະ ຈະເປັນການແຂ່ງຂັນນັດທໍາອິດຮອບຂາກັບ ( ອາທິດທີ 8 ຂອງລະດູການ 2023 ), ແນ່ນອນໄລຍະຈົບຮອບຂາກັບ ( 7 ອາທີິດທໍາອິດ ) ທາງຝ່າຍຈັດການແຂ່ງຂັນກໍໄດ້ເປີດຕະຫຼາດຊື້ຂາຍນັກເຕະປາກົດວ່າ 3 ທີມອັບດັບຫົວແຖວຂອງຕາຕະລາງຄະແນນລວມໄດ້ມີການເສີມທີມຢ່າງໜ້າປະທັບໃຈຄື:
ຊ້າງນ້ອຍ ເອັຟຊີ ທີມນໍາຕາຕະລາງຄະແນນລວມ ຈາກຜົນງານຊະນະ 7 ນັດລວດມີ 21 ຄະແນນ ໄດ້ດຶງ ສຸພັນ ຄຳໃບອ່ອນ ຈາກ ສະໂມສອນ ວຽງຈັນ ເອັຟຊີ ແລະ JUGBE DOE ຊາວໄລບີເລຍ

ມາສເຕີ 7 ເອັຟຊີ ທີມອັນດັບ 2 ຂອງຕາຕະລາງຄະແນນລວມ ຈາກຜົນງານ 7 ນັດທີ່ຜ່ານມາມີ 13 ຄະແນນ ໄດ້ດືງ RAFAEL RODRIGUES ກອງໜ້າຊາວບຣາຊິນ ມາຮ່ວມທີມອີກຄັ້ງ ແລະ ໄດ້ອີກຄົນຈາກບຣາຊິລທີ່ເປັນກອງໜ້າ ແລະ 2 ຄົນຈາກຍີ່ປຸ່ນ ລາຍລະອຽດເບິ່ງຄລິບ

ສະໂມສອນ ເອສະຣາ ເອັຟຊີ ຢືນຢັນຢ່າງເປັນທາງການຄວ້າຕົວ ພຸດທະໄຊ ໂຄຈະເລີນ ແລະ ຕາຕະລາງແຂ່ງຂັນອາທີິດນີ້ເບິ່ງຄລິບ:

Leave a Reply

Your email address will not be published. Required fields are marked *