ມາຮອດປັດຈຸບັນ ນັກກິລາເຊື້ອສາຍລາວ ສາມາດຍາດຫຼຽນໃຫ້ກັບທັບນັກກີລາລາວ ໄດ້ແລ້ວໃນຊີເກມ ຄັ້ງທີ 32 ທີ່ປະເທດກໍາປູເຈຍ ໂດຍນັກກິລາທີ່ສາມາດຍາດໄດ້ຫຼຽນແລ້ວປະກອບມີ: ລາຍລະອຽດເບິ່ງຄລິບ
1.ນ້ອງ ເຈດ ພົມສະຫວັດ ສະເລແມນ ລູກຊອດ ລາວ-ອາເມຣິກາ ກາຍເປັນນັກກິລາເຊື້ອສາຍລາວຄົນທໍາອິດ ທີ່ຄວ້າຫຼຽນເງິນໃຫ້ກັບ ທັບນັກກິລາວ ໃນຊີເກມ ຄັ້ງທີ 32 ຈາກກິລາຈູຈິດຊຸ. ລາຍລະອຽດເບິ່ງຄລິບ
2.ດໍສັນ ສີຫາວົງ ນັກກິລາມວຍປໍ້າຄົນອາເມລິກາເຊື້ອສາຍລາວ ຄວ້າຫລຽນທອງ ໃຫ້ທັບນັກກິລາລາວ ໃນຊີເກມ ຄັ້ງທີ 32 ຮຸ່ນນໍ້າໜັກ 67 ກິໂລ ຫຼ້າສຸດອີກລາຍການໜຶ່ງ ດໍສັນ ກະຜ່ານເຂົ້າຮອບຊີງຫຼຽນຄໍາ ຈະແຂ່ງໃນເວລາ 16:00 ໂມງ ສະແດງວ່າມີຫຼຽນເງິນຮອງທ້ອງແລ້ວ ລາຍລະອຽດເບິ່ງຄລິບ
3.ກ່ອນໜ້ານີ້ Dimitri Kyttana Silalack ນັກກິລາເຊື້ອສາຍລາວ ຂຶ້ນຊົກໄຟທ໌ທໍາອິດໃຫ້ກັບ ຄິກບ໊ອກຊິ້ງລາວ ສາມາດເອົາຊະນະ ອິນໂດເນເຊຍ ໄຟທ໌ທຳອິດໃນຊີເກມ 2023 ເມື່ອວັນທີ 14 ພຶດສະພາ 2023 ຜ່ານເຂົ້າຮອບ 4 ຄົນສຸດທ້າຍພົບ ນັກມວຍຈາກຟິລິບປິນ ເສຍໄປໄດ້ຫຼຽນທອງ ລາຍລະອຽດເບິ່ງຄລິບ