• Wed. Jun 7th, 2023

Lao Sport Update

ຮອບດ້ານວົງການກິລາ

ທີມຊາດລາວ U17 ປະກາດ 26 ນັກເຕະນໍາໂດຍ ປີເຕີ, ເດີນທາງເກັບໂຕທີ່ ກາຕ້າ

ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 17 ປີ ປະກາດ 26 ນັກເຕະໄປເກັບຕົວທີ່ປະເທດກາຕ້າ ໂດຍ 26 ລາຍຊື່ມີດັ່ງນີ້ ( ເບິ່ງລາຍລະອຽດຕາມຄລິບ)

ຫຼ້າສຸດຕອນບ່າຍຂອງວັນທີ 15 ພຶດສະພາ 2023 ທັບນັກກິລາທີມຊາດລາວ U17 ນໍາໂດຍທ່ານ ຄຳແພງວົງຂັນຕີ ຮອງປະທານສະຫະພັນບານເຕະແຫ່ງຊາດລາວ(ສຕລ) ທັງເປັນຫົວໜ້າຄະນະນໍານັກກິລາU17, ມີຄະນະຄູຝຶກ ແລະ ນັກກິລາທັງໝົດ 38 ຄົນ ໄດ້ອອກເດີນທາງຈາກ ສະໜາມບິນສາກົນວັດໄຕມຸ່ງໜ້າສູ່ປະເທດ ກາຕ້າ ເພື່ອເກັບຕົວຝຶກຊ້ອມ ກຽມເຂົ້າຮ່ວມການແຂ່ງຂັນ AFC U17 ຮອບສຸດທ້າຍທີ່ປະເທດໄທ ສຳລັບລາຍການດັ່ງກ່າວນີ້ແມ່ນຈະແຂ່ງຂັນ ລະຫວ່າງວັນທີ 15 ມິຖຸນາ ຫາ 2 ກໍລະກົດ2023 ໂດຍມີທັງຫມົດ 16 ທີມ ແບ່ງອອກເປັນ 4 ກຸ່ມ ຜົນການຈັບສະຫລາກມີດັ່ງນີ້:

– ກຸ່ມ A : ໄທ ( ເຈົ້າພາບ ), ເຢເມນ, ມາເລເຊຍ ແລະ ລາວ
– ກຸ່ມ B : ສ.ເກົາຫລີ, ອີຣານ, ອັຟການິສຖານ ແລະ ກາຕ້າ
– ກຸ່ມ C : ທາຈີກິສຖານ, ອົສຕຣາລີ, ຊາອຸດິ ອາຣັບບີ, ສປ ຈີນ
– ກຸ່ມ D : ຍີ່ປຸ່ນ, ອິນເດຍ, ຫວຽດນາມ ແລະ ອຸເບກິສຖານ

ສໍາລັບ ຕາຕະລາງການແຂ່ງຂັນທີມຊາດລາວ ເບິ່ງຕາມວີດີໂອ

Leave a Reply

Your email address will not be published. Required fields are marked *