• Fri. Dec 8th, 2023

Lao Sport Update

ຮອບດ້ານວົງການກິລາ

ຄັ້ງປະຫວັດສາດເດັກລາວນ້ອງ ໄທເກີ ລົງແຂ່ງໃຫ້ກັບ ຢູ 11ບູຣີີຣໍາ ຢູໄນເຕັດ ແລະ ເຮັດແອັຊຊິສໄປ 1

ນ້ອງ ໄທເກີ ຫຼື ທ້າວ ເອກະລາດ ວິໄລກຸນ ນັກເຕະເຍົາວະຊົນລາວ 1 ດຽວທີ່ກ່ອນໜ້ານີ້ຖືກດືງຕົວໄປຮ່ວມກັບ Futboys ສະໂມສອນເຍົາວະຊົນ ໃນໄທ ຈົນສາມາດຄວ້າສິດໄປແຂ່ງຂັນລາຍການລະດັບນາໆຊາດ TAR Asia Qualifiers ໃນຮຸ່ນອາຍຸບໍ່ເກີ່ນ 11 ປີ ທີ່ປະເທດສະເປນ ເມື່ອທ້າຍເດືອນເມສາ 2023 ທີ່ຜ່ານມາ.

ຫຼ້າສຸດ ໄທເກີ ປັດຈຸບັນຫຼິນໃຫ້ກັບ WIG NAGA ໄດ້ຮັບໂອກາດຄັ້ງໃຫຍ່ ແລະ ກາຍເປັນນັກເຕະເຍົາວະຊົນ 1 ດຽວຂອງ ສປປ ລາວ ທີ່ໄດ້ໂອກາດລົງຊ້ອມ ແລະ ລົງອຸ່ນເຄື່ອງໃຫ້ກັບ ສະໂມສອນເຍົາວະຊົນ ບູຣີຣໍາ ຢູໄນເຕັດ ຮຸ່ນອາຍຸບໍ່ເກີນ 11 ປີິ ກ່ອນຖະຫຼົ່ມ ດາກອນ ຈູເນ່ຍ ທີມຈາກໜອງຄາຍ ໄປຂາດລອຍ ໃນນັ້ນ ໄທເກີ ກໍສາມາດສົ່ງໃຫ້ເພື່ອນຮ່ວມທີມຍິງໄດ້ 1 ປະຕູ ໃນຕອນເຊົ້າຂອງວັນທີ 12 ພຶດສະພາ 2023 ທີ່ສະໜາມຊ້າງ ເທຣນນິງ ຂ້າງໆກັບ ສະໜາມ ຊ້າງ ອາຣີນາ ສະໜາມໃນບ້ານຂອງ ບູຣີຣໍາ ຢູໄນເຕັດ ສະໂມສອນຊັ້ນນໍາ ແລະ ແຊ້ມໄທລີກ 2023.

ນອກນັ້ນ, ໄທເກີ ຍິງມີນັດລົງສະໜາມໃນແລງມື້ນີ້ວັນທີ 12 ພຶດສະພາ 2023 ໃຫ້ກັບ WIG NAGA ຢູ 12 ໃນລາຍການ PAN CCFA FOOTBALL YOUTH CUP 2023 ລະຫວ່າງວັນທີ 11-13 ພຶດສະພາ 2023 ທີ່ສະໜາມ ເອັສເອັສ ອາຣີນາ ແຂວງບູຣີຣໍາ ປະເທດໄທ.

ເບິ່ງປະຫວັດຂອງ ໄທເກີ ໄດ້ທີ່ຄລິບ

Leave a Reply

Your email address will not be published. Required fields are marked *