• Sat. Dec 9th, 2023

Lao Sport Update

ຮອບດ້ານວົງການກິລາ

H2H ທີມຊາດລາວ ພົບ ໄທ ກ່ອນລົງແຂ່ງຂັນ 8/5/2023 ເວລາ 16:00 ໂມງ

ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 22 ກຽມລົງສະໜາມຕາມຫາໄຊຊະນະຕໍ່ໄປ ໃນນັດທີ 4 ນັດສົ່ງທ້າຍ ພົບກັບ ທີມຊາດໄທ ໃນການແຂ່ງຂັນບານເຕະຊາຍ ປະຈໍາງານມະຫະກໍາກີລາ ຊີເກມ ຄັ້ງທີ 32 ທີ່ປະເທດກໍາປູເຈຍ ໂດຍຈະເລີ່ມແຂ່ງຂັນເວລາ 16:00 ໂມງຂອງວັນທີ 8 ພຶດສະພາ 2023 ເຊິ່ງກ່ອນການແຂ່ງຂັນຈະເລີ່ມຕົ້ນຂຶ້ນເຮົາໄປເບິ່ງສະຖິຕິການພົບກັນ ແລະ ນັກເຕະທີ່ໜ້າຕິດຕາມໃນນັດນີ້ລາຍລະອຽດເບິ່ງຄລິບ

ສ່ວນຜົນງານ 3 ນັດທໍາອິດຂອງ ທີມຊາດລາວ ນັດທໍາອິດເສຍໃຫ້ກັບ ຫວຽດນາມ 0-2, ນັດທີ 2 ເສຍໃຫ້ ມາເລເຊຍ 1-5 ແລະ ນັດທີ 3 ສະເໝີ ສິງກະໂປ 0-0 ລາຍລະອຽດເບິ່ງຄລິບ

ສໍາລັບ ການແຂ່ງຂັນບານເຕະຊາຍ ໃນງານມະຫະກຳກິລາຊີເກມຄັ້ງທີ 32 ທີມຊາດລາວ ຖືກຈັດຢູ່ ກຸ່ມ B ປະກອບມີ: ຫວຽດນາມ, ໄທ, ມາເລເຊຍ, ສິງກະໂປ ແລະ ສປປ ລາວ, ເຊິ່ງທຸກໆນັດຂອງກຸ່ມ ບີ ແມ່ນແຂ່ງຂັນຢູ່ທີ່ສະໜາມກີລາ Prince Stadium

Leave a Reply

Your email address will not be published. Required fields are marked *