ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 22 ກຽມລົງສະໜາມຕາມຫາໄຊຊະນະຕໍ່ໄປ ໃນນັດທີ 3 ພົບກັບ ສິງກະໂປ ໃນການແຂ່ງຂັນບານເຕະປະຈໍາງານມະຫະກໍາກີລາ ຊີເກມ ຄັ້ງທີ 32 ທີ່ປະເທດກໍາປູເຈຍ ໂດຍຈະເລີ່ມແຂ່ງຂັນເວລາ 19:00 ໂມງຂອງວັນທີ 6 ພຶດສະພາ 2023 ເຊິ່ງກ່ອນການແຂ່ງຂັນຈະເລີ່ມຕົ້ນຂຶ້ນເຮົາໄປເບິ່ງສະຖິຕິການພົບກັນ ແລະ ນັກເຕະທີ່ໜ້າຕິດຕາມໃນນັດນີ້ລາຍລະອຽດເບິ່ງຄລິບ
ກ່ອນໜ້ານີ້ ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 22 ປີເສຍໃຫ້ກັບ ມາເລເຊຍ ໄປຂາດລອຍ 1-5 ໃນນັດທີ 2 ການແຂ່ງຂັນບານເຕະປະຈໍາງານມະຫະກໍາກີລາ ຊີເກມ ຄັ້ງທີ 32 ທີ່ປະເທດກໍາປູເຈຍ ໃນວັນທີ 3 ພຶດສະພາ 2023 ທີ່ສະໜາມ Prince Stadium ນະຄອນຫຼວງພະນົມເປັນ ປະເທດກໍາປູເຈຍ.
ເຄິ່ງເວລາທໍາອິດ ມາເລເຊຍ ແຊງຂຶ້ນນໍາອີກຄັ້ງ 2-1, ສ່ວນເຄິ່ງເວລາທີ 2 ການແຂ່ງຂັນເປັນໜັງຄົນລະມ້ວນເມື່ອ ມາເລເຊຍ ຫຼິ້ນໄດ້ຢ່າງໂດດເດັ່ນຍິງລົ້ວໄປ 3 ປະຕູລວດເອົາຊະນະ ທີມຊາດລາວ ໄປຂາດລອຍ 5-1 (ລາຍລະອຽດຕາມຄລິບລຸ່ມນີ້ )
ສໍາລັບ ການແຂ່ງຂັນບານເຕະຊາຍ ໃນງານມະຫະກຳກິລາຊີເກມຄັ້ງທີ 32 ທີມຊາດລາວ ຖືກຈັດຢູ່ ກຸ່ມ B ປະກອບມີ: ຫວຽດນາມ, ໄທ, ມາເລເຊຍ, ສິງກະໂປ ແລະ ສປປ ລາວ, ເຊິ່ງທຸກໆນັດຂອງກຸ່ມ ບີ ແມ່ນແຂ່ງຂັນຢູ່ທີ່ສະໜາມກີລາ Prince Stadium ໂດຍຕາຕະລາງແຂ່ງຂັນຂອງ ທີມຊາດລາວ ນັດຕໍ່ໄປມີດັ່ງນີ້: