• Sat. Sep 30th, 2023

Lao Sport Update

ຮອບດ້ານວົງການກິລາ

ນິວຄາສເຊິນ ດຶງ ຄາຣີອຸສ ອະດີດຜູ້ຮັກສາປະຕູ ລີເວີພູລ ເສີມທັບ!

ນິວຄາສເຊິນ ຢູໄນເຕັດ ທີມມະຫາເສດຖີໃນ ພຣີເມ່ຍລີກ ອັງກິດ ດຶງເອົາ ລໍຣິສ ຄາຣີອຸສ ຜູ້ຮັກສາປະຕູຊາວເຢຍລະມັນ ໄວ 29 ປີ ອະດີດຜູ້ຮັກສາປະຕູ ລີເວີພູລ ມາເສີມທັບ ເຊັນສັນຍາໄລຍະສັ້ນເຖິງເດືອນມັງກອນປີໜ້າ ພ້ອມເງື່ອນໄຂຕໍ່ສັນຍາຈົນຈົບລະດູການນີ້. ຄາຣີອຸສ ໝົດສັນຍາກັບ ລີເວີພູລ ຫລັງຈົບລະດູການຜ່ານມາ ພາຍຫລັງປ່ອຍຕົວໃຫ້ ຢູນ້ຽນ ເບີລິນ ຍືມຕົວ, ນິວຄາສເຊິນ ດຶງ ຄາຣີອຸສ ມາເສີມທັບ ເນື່ອງຈາກວ່າ: ຄາວ ດາໂລ ຜູ້ຮັກສາປະຕູມືສອງຊາວອັງກິດຂອງທີມ ມີອາການບາດເຈັບ ຈຶ່ງເອົາມາຊ່ວຍ ນິກ ໂປບ ຜູ້ຮັກສາປະຕູມື 1 ຂອງທີມ, ຂະນະທີ່ ມາຣຕິນ ບູບັບກ້າ ປ່ອຍໃຫ້ ແມນຢູ ຍືມຕົວ.

ສຳລັບ ລໍຣິສ ຄາຣີອຸສ ໂດ່ງດັງຍ້ອນຄວາມຜິດພາດໃນເກມຮອບຊິງ ຢູຟ້າ ແຊ້ມປ້ຽນລີກ ປີ 2018 ທີ່ສັງກັດເກົ່າ ລີເວີພູລ ເສຍໃຫ້ ຣຽວ ມາດຣິດ 1-3 ຈາກນັ້ນ ຫົງແດງ ປ່ອຍໃຫ້ ເບຊິກຕັສ ແລະ ຢູນ້ຽນ ເບີລິນ ໄດ້ລົງຫລິ້ນ 72 ນັດ.

Photo: Newcastle United

Leave a Reply

Your email address will not be published. Required fields are marked *