• Sun. Dec 10th, 2023

Lao Sport Update

ຮອບດ້ານວົງການກິລາ

ໂສມໜ້າ 20 ນັກເຕະທີມຊາດລາວ ລຸຍຊີເກມ, ສ່ວນອີກ 5 ຄົນກັບມາພັດທະນາຕໍ່ ໂອກາດໜ້າເອົາໃໝ່

ພາຍຫຼັງທີ່ໄປເກັບຕົວຢູ່ ຊາອຸດິດ ອາຣັບເບຍ ໄລຍະ 2-3 ອາທິດ ຫຼ້າສຸດທີມຊາດລາວ ກໍປະກາດຄັດຈາກ 25 ນັກຕະ ໃຫ້ເຫຼືອ 20 ຄົນສຸດທ້າຍ ພ້ອມເດີນທາງໄປປະເທດກໍາປູເຈຍ ເພື່ອເຂົ້າຮ່ວມງານມະຫະກຳກິລາຊີເກມ ຄັ້ງທີ 32 ຢູ່ທີ່ປະເທດກຳປູເຈຍ ຕາມການເລືອກຂອງ ທ່ານ ໄມເຄີນ ໄວ໌ສ ຫົວໜ້າຄູຝຶກ ມີດັ່ງນີ້: (ລາຍລະອຽດເບິ່ງຕາມຄລິບ)

ການແຂ່ງຂັນບານເຕະຊາຍ ໃນງານມະຫະກຳກິລາຊີເກມຄັ້ງທີ 32 ທີມຊາດລາວ ຖືກຈັດຢູ່ ກຸ່ມ B ປະກອບມີ: ຫວຽດນາມ, ໄທ, ມາເລເຊຍ, ສິງກະໂປ ແລະ ສປປລາວ .
ຕາຕະລາງ ການແຂ່ງຂັນຂອງ ທີມຊາດລາວ

– ວັນທີ 30/04/2023 ເວລາ 19:00 ຫວຽດນາມ ພົບ ລາວ
– ວັນທີ 03/05/2023 ເວລາ 19:00 ມາເລເຊຍ ພົບ ລາວ
– ວັນທີ 06/05/2023 ເວລາ 19:00 ລາວ ພົບ ສິງກະໂປ
– ວັນທີ 08/05/2023 ເວລາ 16:00 ລາວ ພົບ ໄທ

Leave a Reply

Your email address will not be published. Required fields are marked *