• Thu. Sep 28th, 2023

Lao Sport Update

ຮອບດ້ານວົງການກິລາ

ເດໂກ້ ຄັອສຕ້າ ສູນໜ້າພັນໂຫດ ກັບມາທ້າດວນນັກເຕະ ພຣີເມ່ຍລີກ ອີກຄັ້ງ ກັບທັບໝາປ່າ ວູຟແຮມຕັນ

ເດໂກ້ ຄັອສຕ້າ ກອງໜ້າພັນໂຫດຊາວສະເປນ (ແອັສປາຍ) ເຊື້ອສາຍເບຣຊິນ ໄວ 33 ປີ ອະດີດກອງໜ້າ ເຊວຊີ ກັບມາສັງວຽນ ພຣີເມ່ຍລີກ ອີກຄັ້ງ ມາຢ່ກັບທັບໝາປ່າ ວູຟແຮມຕັນ ວັນເດີເຣີ ໂດຍບໍ່ມີຄ່າໂຕ ພາຍຫລັງໝົດສັນຍາກັບ ແອັດເລຕິໂກ້ ມາດຣິດ ມາແຕ່ເດືອນມັງກອນປີນີ້, ຄັອສຕ້າ ເຊັນສັນຍາໄລຍະສັ້ນກັບ ວູຟ ຈົນສິ້ນສຸດລະດູການນີ້.

ສຳລັບ ເດໂກ້ ຄັອສຕ້າ ມີປະສົບການເຄີຍຢູ່ກັບ 9 ສະໂມສອນໃນປັອກຕຸຍການ, ແອັສປາຍ, ອັງກິດ ແລະ ເບຣຊິນ ລົງຫລິ້ນ 495 ນັດ ຍິງ 188 ປະຕູ, ປະສົບຜົນສຳເລັດກັບ ແອັດມາດຣິດ ໄດ້ແຊ້ມ ລາລີກ້າ 2 ສະໄໝ, ໂຄປ້າເດວເຣ, ຢູໂຣປ້າລີກ ຢ່າງລະໜຶ່ງສະໄໝ, ຢູຟ້າ ຊຸບເປີຄັບ 3 ສະໄໝ. ພ້ອມກັນນີ້ ກໍໄດ້ແຊ້ມ ພຣີເມ່ຍລີກ ກັບ ເຊວຊີ 2 ສະໄໝ, ລີກຄັບ ໜຶ່ງສະໄໝ, ຢູ່ກັບ ເຊວຊີ 3 ລະດູການ ລົງຫລິ້ນ 120 ນັດ ຍິງ 59 ປະຕູ, ຈາກນັ້ນໄປຢູ່ກັບ ແອັດເລຕິໂກ້ ມິເນໂຣ້ ໃນລີກເບຣຊິນ ກໍໄດ້ແຊ້ມລີກສູງສຸດຂອງເບຣຊິນ ຢ່າງລະໜຶ່ງສະໄໝ.

Photo: Wolverhampton Wanderers FC

Leave a Reply

Your email address will not be published. Required fields are marked *