• Sat. Dec 9th, 2023

Lao Sport Update

ຮອບດ້ານວົງການກິລາ

ຕາມສັນຍາ ເອັຟຊີ ຈັນທະບູລີ ແຊັມລາວລີກ 5 ສະໄໝ ຫວນຄືນວົງການບານເຕະ ເລີ່ມຕົ້ນລາວລີກ 2

ເອັຟຊີ ຈັນທະບູລີ ( ລາວໂຕໂຢຕ້າ ເອັຟຊີ ) ແຊັມລາວລີກ 1 ຫຼື ລີກສູງສຸດຂອງ ສປປ ລາວ 5 ສະໄໝເຮັດຕາມສັນຍາຫວນຄືນວົງການບານເຕະອີກຄັ້ງ ແຈ້ງເຈດຈໍານົງເຂົ້າຮ່ວມ ການແຂ່ງຂັນບານເຕະ ລາວລີກ 2 ປີ 2023 ທີ່ນະຄອນຫຼວງວຽງຈັນ ຫຼື ໂຕໂຢຕ້າ ນະຄອນຫຼວງ ລີກ 2 ໂດຍມີ 12 ທີມເຂົ້າຮ່ວມຊີງໄຊ (ເບິ່ງຄລິບ)

ສະຫະພັນບານເຕະນະຄອນຫຼວງວຽງຈັນ ປະກາດຢ່າງເປັນທາງການວ່າ: ການແຂ່່ງຂັນບານເຕະ ໂຕໂຢຕ້າ ນະຄອນຫຼວງ ລີກ 2 ລະດູການ 2023 ມີ 12 ສະໂມສອນເຂົ້າຮ່ວມຊີງໄຊຄື: ເມືອງຫາດ ຢູໄນເຕັດ ແຊັມເກົ່າ, HBT 941, SEC ຢູໄນເຕັດ, ເອັຟຊີ ຈັນທະບູລີ, ມະຫາວິທະຍາໄລ ເອັຟຊີ ( ມຊ ເອັຟຊີ ), ໄອ ສະປອດ ເອັຟຊີ, KMT ເອັຟຊີ, STT ເອັຟຊີ, KPS ເອັຟຊີ, ຈັນສີ ເອັຟຊີ, ຄິງດອມ ຢູໄນເຕັດ ແລະ ທຣີນີຕີ ເອັຟຊີ.

ພິເສດສຸດໆກໍຄື ເອັຟຊີ ຈັນທະບູລີ ແຊັມລາວລີກ 5 ສະໄໝກໍມີຊື່ໃນນັ້ນ ເຊິ່ງຫຼາຍຄົນຄົງຮູ້ກັບ ຈັນທະບູລີ ເພາະຄວ້າແຊັມລາວລີກ 5 ສະໄໝ (ລາຍລະອຽດ ແລະ ຜົນງານອື່ນໆເບິ່ງທີຄລິບ)

Leave a Reply

Your email address will not be published. Required fields are marked *