• Sat. Dec 9th, 2023

Lao Sport Update

ຮອບດ້ານວົງການກິລາ

ຍິງປະຕູຮຽກໝານ! ນ້ອງໄທເກີ ນັກເຕະເຍົາວະຊົນລາວ ກ່ອນແຂ່ງຕົວຈິງເສົານີ້ວັດຄົມ ຣີລ ມາດຣິດ

ນ້ອງ ໄທເກີ ຫຼື ທ້າວ ເອກະລາດ ວິໄລກຸນ ນັກເຕະເຍົາວະຊົນລາວ 1 ດຽວທີ່ຖືກດືງຕົວໄປຮ່ວມກັບ Futboys ສະໂມສອນເຍົາວະຊົນ ໃນໄທ ຈົນສາມາດຄວ້າສິດໄປແຂ່ງຂັນລາຍການລະດັບນາໆຊາດ TAR Asia Qualifiers ໃນຮຸ່ນອາຍຸບໍ່ເກີ່ນ 11 ປີ ທີ່ປະເທດສະເປນ ໃນທ້າຍເດືອນເມສາ 2023.

ຫຼ້າສຸດວັນທີ 25 ເມສາ 2023 ໄດ້ເດີນທາງໄປປະເທດສະເປນ ເປັນທີ່ຮຽບຮ້ອຍ ແລະ ກໍໄດ້ລົງຊ້ອມ 1 ວັນ ກ່ອນທີ່ຕອນເຊົ້າມື້ນີ້ວັນທີ 27 ເມສາ 2023 ໄທເກີ ຈະພາ Futboys ລົງອຸ່ນເຄື່ອງກັບ Riuprimer ທີມຈາກເອີຣົບ (ລາຍລະອຽດເບິ່ງຕາມຄລິບ)

ໂດຍນັດນີ້ຖືເປັນການອຸ່ນເຄື່ອງ ແລະ ກຽມພ້ອມກ່ອນງານໃຫຍ່ກໍຄື ລົງສະໜາມນັດທໍາອິດພົບກັບ ຢູ 11 ຂອງ ຣີລ ມາດຣິດ ທີມເຕັງແຊັມລາຍການນີ້ ໃນວັນເສົາວັນທີ 29 ເມສາ 2023 ເວລາ 18:00 ໂມງ ຖ່າຍທອດສົດຜ່ານ Laliga TV ແລ້ວພວກເຮົາຈະແຊ ຫຼື ຖ່າຍທອດສົດໃຫ້ເບິ່ງຖ້າມີໂອກາດ.

ເຫດຜົນທີ່ Futboys ໄດ້ສິດໄປແຂ່ງຂັນລາຍການທີ່ປະເທດສະເປນ (ລາຍລະອຽດເບິ່ງຕາມຄລິບ)

Leave a Reply

Your email address will not be published. Required fields are marked *