ທັບນັກກີລາລາວ ກໍານົດສົ່ງ 31 ປະເພດກີລາ ເຂົ້າຮ່ວມງານມະຫະກໍາກີລາຊີເກມ ຄັ້ງທີ 32 ທີ່ປະເທດກໍາປູເຈຍ ເປັນເຈົ້າພາບລະຫວ່າງວັນທີ 5-17 ພຶດສະພາ 2023 ອັນທີ່ເປັນປະຫວັດສາດກໍຄື ເຈົ້າພາບ ອອກຄ່າໃຊ້ຈ່າຍດ້ານທີ່ພັກ, ອາຫານ ແລະ ຄ່າເດີນທາງພາຍໃນປະເທດເຈົ້າພາບ ໃນໄລຍະການແຂ່ງຂັນເຊິ່ງຕົກເປັນມູນຄ່າສູງ (ລາຍລະອຽດເບິ່ງຄລິບລຸ່ມນີ້ )
ສປປ ລາວ ກໍານົດສົ່ງເຂົ້າຮ່ວມທັງໝົດ 31 ປະເພດກີລາ ເຊິ່ງຄາດຄະນະຈໍານວນຄະນະນໍາ, ຄູຝຶກ ແລະ ນັກກີລາ 576 ( ຍິງ 131 ຄົນ ) ເຂົ້າຮ່ວມ ຄາດຄະເນຈະໄດ້ຫຼຽນຄໍາ ບໍ່ຫຼຸດ 5 ຫຼຽນຄໍາ ແລະ ພິເສດກີລາ ມວຍກຸນບົກກະຕໍ ແລະ ໝາກເສິກ ເປັນ 2 ປະເພດກີລາ ໄດ້ຮັບຂ່າວດີເມື່ອໄດ້ຮັບການສະໜັບໜູນຮອບດ້ານຈາກປະເທດກໍາປູເຈຍ. (ລາຍລະອຽດເບິ່ງຄລິບລຸ່ມນີ້ )