• Thu. Sep 28th, 2023

Lao Sport Update

ຮອບດ້ານວົງການກິລາ

ໃບເສຍຄ່າທໍານຽມທາງ ປີ 2023 ມີ2ຮູບແບບ ສາມາດຢັ້ງຢືນທາງດ້ານກົດໝາຍຄືກັນ

ກົມສ່ວຍສາອາກອນ ກະຊວງການເງິນ ໄດ້ອອກຄຳແນະນຳ ວ່າດ້ວຍ ການເສຍຄ່າທຳນຽມທາງ ປະຈຳປີ 2023 ເລກທີ 2052/ກສອ ລົງວັນທີ 21 ເມສາ 2023.

ໃບເສຍຄ່າທໍານຽມທາງ ປະຈໍາປີ 2023 ມີ 02 ຮູບແບບຄື: ແບບອີເລັກໂຕຣນິກ (E-Sticker) ແລະ ແບບແຜ່ນ ເຈ້ຍ (Sticker) ຊຶ່ງ 02 ຮູບແບບດັ່ງກ່າວແມ່ນສາມາດຢັ້ງຢືນທາງດ້ານກົດຫມາຍຄືກັນ. ໃນກໍລະນີຊໍາລະຄ່າທໍານຽມ ທາງ ຜ່ານລະບົບແອັບພິເຄຊັນຂອງທະນາຄານ, ລະບົບຈະອອກໃບເສຍຄ່າທໍານຽມທາງ ແບບເອເລັກໂຕຣນິກ (E- Sticker) ໃນທັນທີ ຊຶ່ງຜູ້ເສຍຄ່າທໍານຽມທາງສາມາດນໍາໃຊ້ ເພື່ອຢັ້ງຢືນຕໍ່ເຈົ້າຫນ້າທີ່ກ່ຽວຂ້ອງ.

ຖ້າຕ້ອງການໃບ ເສຍຄ່າທໍານຽມທາງແບບແຜ່ນເຈ້ຍ (Sticker) ແມ່ນເຂົ້າໄປພົວພັນ ຮັບເອົາຢູ່ປ່ອງບໍລິການຂອງ ຫ້ອງການສ່ວຍ ສາອາກອນ, ກອງຄຸ້ມຄອງພາຫະນະ ແລະ ການຂັບຂີ່ ແລະ ທະນາຄານທີ່ເຂົ້າຮ່ວມໂຄງການ.


ການຊໍາລະຄ່າທໍານຽມທາງ ປະຈໍາປີ 2023 ແມ່ນຈະສິ້ນສຸດໃນວັນທີ 30 ກັນຍາ 2023, ຖ້າກາຍກໍານົດເວລາ ດັ່ງກ່າວຈະຖືກປັບໃຫມ 0,1% (ສູນຈຸດຫນຶ່ງສ່ວນຮ້ອຍ) ຕໍ່ວັນຂອງມູນຄ່າ ຄ່າທໍານຽມດັ່ງກ່າວ;

.

ກົດເບິ່ງຂ່າວອື່ນໆທີ່:

Leave a Reply

Your email address will not be published. Required fields are marked *