• Sun. Dec 10th, 2023

Lao Sport Update

ຮອບດ້ານວົງການກິລາ

ທີມຊາດຍິງລາວ ຊຸດໃຫຍ່ ປະກາດ 23 ນັກເຕະລຸຍ ຊີເກມ ຄັ້ງທີ 32

ນັກກິລາທີມຊາດລາວເພດຍິງຊຸດໃຫຍ່ພ້ອມຫົວໜ້າແລະຄະນະຄູຝຶກໄດ້ອອກເດີນທາງເມື່ອວັມທີ 24 ເມສາ 2023 ໄປແຂວງຊົນບູຣີ ປະເທດໄທ ເພື່ອເກັບຕົວຝຶກຊ້ອມ 1 ອາທິດ(ວັນທີ 24-29 / 04 / 2023),ຫຼັງຈາກນັ້ນຈະເດີນທາງ ເຂົ້າຮ່ວມງານມະຫະກຳກິລາຊີເກມ ຄັ້ງທີ 32ທີ່ປະເທດ ກຳປູເຈຍເປັນເຈົ້າພາບໃນວັນທີ 30 /04/ 2023.

ໂດຍ ຫົວໜ້າຄູຝຶກທີມຊາດລາວເພດຍິງຊຸດໃຫຍ່ແມ່ນ ທ່ານ Mohammad Herman B Zailani ຈາກປະເທດສິງກະໂປ ແລະນັ ກກິລາທີມຊາດລາວເພດຍິງຊຸດໃຫຍ່ຈຳນວນ 23 ຄົນເບິ່ງລາຍລະອຽດທີ່ຄລິບ

ສໍາລັບ ທີມຊາດຍິງ ລາວ ຊຸດໃຫຍ່ ແມ່ນຖືກຈັດ ຢູ່ຮ່ວມກຸ່ມ B ປະກອບມີ: ກໍາປູເຈຍ, ໄທ, ສິງກະໂປ.
ຕາຕະລາງ ການແຂ່ງຂັນ ບານເຕະຍິງ ຊີເກມ ຄັ້ງທີ 32
– 03/05/2023 ເວລາ 20:00 ກຳປູເຈຍ ພົບ ລາວ ແຂ່ງຂັນຢູ່ທີ່ສະຫນາມ Smart RSN Stadium
– 06/05/2023 ເວລາ 16:00 ລາວ ພົບ ໄທ ແຂ່ງຂັນຢູ່ທີ່ສະຫນາມ Smart RSN Stadium
– 09/05/2023 ເວລາ 20:00 ສິງກະໂປ ພົບ ລາວ ແຂ່ງຂັນຢູ່ທີ່ສະຫນາມ ARMY Stadium

Leave a Reply

Your email address will not be published. Required fields are marked *