• Tue. Nov 28th, 2023

Lao Sport Update

ຮອບດ້ານວົງການກິລາ

ພາບແຫ່ງຄວາມປະທັບໃຈຂອງສົງການປີນີ້ ທີ່ຫຼວງພະບາງ

ByAdmin S

Apr 19, 2023

ບຸນປີນີ້ໃໝ່ລາວປີນີ້ທີ່ແຂວງຫຼວງພະບາງບອກເລີຍຈັດເຕັມຄາລາເບວອີຫຼີ ຫຼາຍຄົນທີ່ເຄີຍໄປແລ້ວແຕ່ຍັງວ້າວ!!!ໄດ້ອີກຢູ່ເພາະມັນມ່ວນອີຫຼີເພິ່ນວ່າ ທັງພິທີກທາງການທັງກິດຈະກຳມ່ວນຊື່ນບອກເລີຍປີໜ້າຫຼາຍຄົນຕ້ອງບໍ່ໃຫ້ໂຕເອງຕ້ອງພາດແລ້ວ.

May be an image of 4 people and temple

ໜຶ່ງໃນພາບທີ່ປະທັບໃຈນອກຈາກກິດຈະກຳທາງສັງຄົມແລ້ວກໍ່ຄືພາບແຫ່ງຄວາມພາກພູມໃຈຂອງຄົນທີ່ເປັນຮົ່ມໂພຮົ່ມໂຊຂອງຮອງນາງສັງຂານຫຼວງພະບາງ ເພິ່ນອອກມາຊົມຫຼານສາວໃນພິທີແຫ່ຫວໍ່!

May be an image of 2 people

ເພິ່ນຜູ້ນັ້ນຄື ແມ່ເຖົ້າ ຂອງນ້ອງ ສິລິໂສມ ສະຫວ່າງ(ເຈົ້າຍິງລັດສະຫມີ ບໍວອນ)ນັ້ນເອງເຖິງເພິ່ນຈະອາຍຸຫຼາຍແລ້ວແຕ່ດ້ວຍຄວາມີັກແພງຫຼານສາວໃນມື້ທີ່ມີຄວາມໝາຍສຳຄັນ ເພິ່ນກໍ່ອອກມາສະແດງຄວາມຍິນດີນຳຫຼານ

May be an image of 1 person

ທຸກຄົນທີ່ເຫັນຮອຍຍີ້ມເພິ່ນແລ້ວສາທຸກັນທົ່ວໜ້າຂໍໃຫ້ທຸແມ່ເຖົ້າ ເຈົ້າຍິງລັດສະຫມີບໍວອນ ສຸຂະພາບແຂງແຮງ ເປັນຮົ່ມໂພຮົ່ມໄຊໃຫ້ລູກຫລານໄປນານແສນນານ

Leave a Reply

Your email address will not be published. Required fields are marked *