ຕອນເຊົ້າວັນທີ 14 ເມສາ 2023, ທ່ານທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປລາວ ພ້ອມດ້ວຍການນໍານະຄອນຫລວງວຽງຈັນ ເຂົ້າຮ່ວມ ພິທີອັງເຊີນພຣະພຸດທະຮູບລົງຫົດສົງ ວັນປີໃໝ່ລາວ, ວັດອົງຕື້ມະຫາວິຫານ ສປປລາວ”.
ການສະເຫລີມສະຫລອງປີໃໝ່ລາວ ທີ່ນະຄອນຫລວງວຽງຈັນປີນີ້ ຈັດຂຶ້ນເປັນເວລາ 03 ວັນ (ວັນທີ 14-15 -16 ເມສາ 2023), ພາຍໃຕ້ຄໍາຂວັນ ສະຫລອງປີໃໝ່ລາວ ກ້າວສູ່ເມືອງວັດທະນະທໍາອາຊຽນ;
ເພື່ອໃຫ້ຮັກສາໄດ້ປະເພນີອັນດີງາມຂອງຊາດ, ມີບັນຍາກາດເບີກບາມມ່ວນຊື່ນ, ຮັກສາໄດ້ຄວາມສະຫງົບປອດໄພ, ຄວາມເປັນລະບຽບຮຽບຮ້ອຍ ແລະສະອາດຈົບງາມ ຕາມນາມມະຍົດເມືອງທ່ອງທ່ຽວສະອາດອາຊຽນ ເຊິ່ງຢູ່ຕາມວັດວາອາຮາມແຫ່ງຕ່າງໆ.
ຊຶ່ງນະຄອນຫຼວງໄດ້ກໍານົດເອົາເຂດຄຸ້ມເມືອງເກົ່າວັດຈັນ ເມືອງຈັນທະບູລີ ຈັດ 02 ກິດຈະກໍາຄື: ໜຶ່ງກິດຈະກໍາທາງສາສະໜາ ໂດຍໄດ້ອັງເຊີນພະພຸດທະຮູບລົງຫົດສົງ, ຂະບວນແຫ່ພຣະພຸດທະຮູບມິ່ງເມືອງ, ນອກນັ້ນຢູ່ຕາມວັດຕ່າງໆຍັງມີພິທີໃສ່ບາດ, , ຕົບພະທາດຊາຍ.
ສອງ ກິດຈະກໍາທ່ອງທ່ຽວຢູ່ຖະໜົນເສດຖາທິລາດ ສະເພາະວັນທີ 14 ເມສາ ເລີ່ມແຕ່ເວລາ 12:30 ໂມງເປັນຕົ້ນໄປ ທີ່ວັດອິນແປງ ນະຄອນຫລວງວຽງຈັນ ໄດ້ອັງເຊີນພະພຸດທະຮູບລົງຫົດສົງ ແລະ ພິທີແຫ່ພຣະພຸດທະຮູບມິ່ງເມືອງ ຈາກວັດອິນແປງໄປຕາມຖະໜົນເສດຖາທິລາດ ຫານໍ້າພຸ ແລ້ວຂຶ້ນໄປທາງແຄມຂອງ ກັບຄືນຫາວັດອິນແປງ;
ສ່ວນວັນທີ 15 ແລະ16 ເມສາ ມວນຊົນທົ່ວໄປ ລວມທັງນັກທ່ອງທ່ຽວແມ່ນຫົດສົງພຣະພຸດທະຮູບຕາມວັດຕ່າງໆ ຕາມຮີດຄອງປະເພນີອັນດີງາມຂອງລາວ.