• Tue. Nov 28th, 2023

Lao Sport Update

ຮອບດ້ານວົງການກິລາ

ຮອງປະທານປະເທດ ເຄື່ອນໄຫວຕິດຕາມ ສະພາບໄພນ້ຳຖ້ວມ ຢູ່ແຂວງອຸດົມໄຊ

ຂປລ.ໃນລະຫວ່າງວັນທີ 9-10 ກັນຍານີ້ ທ່ານ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ແຫ່ງ ສປປ ລາວ ພ້ອມຄະນະ ໄດ້ເດີນທາງໄປເຄື່ອນໄຫວຕິດຕາມ ສະພາບໄພນ້ຳຖ້ວມ ຢູ່ແຂວງອຸດົມໄຊ, ໃຫ້ກຽດຕ້ອນຮັບທີ່ສະໜາມບິນ ໂດຍທ່ານ ບຸນຄົງ ຫລ້າຈຽມພອນ ເລຂາພັກແຂວງ, ເຈົ້າແຂວງອຸດົມໄຊ ພ້ອມດ້ວຍການນຳແຂວງ.


ໂອກາດດັ່ງກ່າວ ທ່ານ ຮອງປະທານປະເທດ ພ້ອມຄະນະ ແລະ ການນຳແຂວງອຸດົມໄຊ ກໍໄດ້ລົງເຄື່ອນໄຫວເບິ່ງ ສະພາບຜົນກະທົບ ແລະ ຜົນເສຍຫາຍ ຈາກໄພນໍ້າຖ້ວມ ຢູ່ສອງເມືອງ ຄື: ເມືອງນາໝໍ້ ແລະ ເມືອງຫລາ ເປັນການຢ້ຽມຢາມ ຖາມຂ່າວ ສຸກ-ທຸກ ໃຫ້ກຳລັງໃຈແກ່ພໍ່ແມ່ປະຊົນ ຢູ່ ບັນດາບ້ານທີ່ໄດ້ຮັບຜົນກະທົບໜັກຈາກໄພທຳມະຊາດຄັ້ງນີ້. ໃນການລົງເຄື່ອນໄຫວແຕ່ລະເມືອງ ທ່ານຮອງປະທານປະເທດ ພ້ອມຄະນະ ໄດ້ຮັບຟັງການລາຍງານສະພາບລວມ ກ່ຽວກັບຜົນກະທົບ ຈາກໄພນ້ຳຖ້ວມ ເຊິ່ງເມືອງນາຫມໍ້ ມີທັງຫມົດ 21 ບ້ານ, 538 ຫລັງຄາເຮືອນ, ໃນຈຳນວນດັ່ງກ່າວ ມີເຮືອນທີ່ຖືກນໍ້າຊຸໄຫລ ຈໍານວນ 49 ຫລັງຄາ, ດິນເຊາະເຈື່ອນຖົມເຮືອນ 4 ຫລັງ, ເຮືອນເປ່ເພເສຍຫາຍ 485 ຫລັງ, ເລົ້າເຂົ້າເສຍຫາຍ 23 ຫລັງ ລວມທັງໂຮງຮຽນ ແລະ ໂຮງຫມໍ. ນອກນັ້ນ ຍັງມີເສັ້ນທາງໄດ້ຮັບຜົນກະທົບ 13 ເສັ້ນ ລວມມູນຄ່າຄວາມເສຍຫາຍ 6 ຕື້ກວ່າກີບ; ເສົາໄຟຟ້າເສຍຫາຍ 63 ຕົ້ນ, ລະບົບຊົນລະປະທານ ໄດ້ຮັບຄວາມເສຍຫາຍ 22 ແຫ່ງ, ເນື້ອ ທີ່ທຳການຜະລິດ 5 ຮ້ອຍກວ່າເຮັກຕາ, ຫນອງປາເສຍຫາຍ 197 ຫນອງ, ສັດ ລຽ້ງ 1 ພັນກວ່າໂຕ. (ປັດຈຸບັນ ຍັງບໍ່ສາມາດປະເມີນຜົນເສຍຫາຍລວມໄດ້ເທື່ອ). ເພື່ອເປັນການຊ່ວຍເຫລືອເບື້ອງຕົ້ນ ທາງການນຳເມືອງ ໄດ້ໃຫ້ການຊ່ວຍເຫລືອ ມອບເຄື່ອງບັນ ເທົາທຸກແກ່ປະຊາຊົນ ຜູ້ທີ່ໄດ້ຮັບຜົນກະທົບ, ພ້ອມທັງໄດ້ປຸກສ້າງ ແລະ ສ້ອມແປງເຮືອນຊ່ວຍປະຊາຊົນ ຄອບຄົວ ທີ່ຖືກຜົນກະທົບຈາກໄພນໍ້າຖ້ວມຮ້າຍແຮງ ໄດ້ 4 ບ້ານ, ມີ 14 ຫລັງຄາ, ແຈກຢາຍເຂົ້າສານ, ອາຫານແຫ້ງຈຳນວນໜຶ່ງ ເພື່ອແກ້ໄຂສຸກເສີນໃຫ້ຄອບຄົວທີ່ຖືກຜົນກະທົບ ຈາກໄພພິບັດນໍ້າຖ້ວມ ຈໍານວນ 538 ຄົວເຮືອນ.


ສ່ວນເມືອງຫລາ ມີບ້ານທີ່ຖືກຜົນກະທົບທັງໝົດ 34 ບ້ານ, ມີ 1.301 ຄົວເຮືອນ, ມີພົນລະເມືອງ6.472 ຄົນ, ຍິງ 3.200ຄົນ, ໃນນັ້ນ ບ້ານທີ່ໄດ້ຮັບຜົນກະທົບໜັກກວ່າໝູ່ມີ 15 ບ້ານ, ພົນລະເມືອງ 5.481 ຄົນ, ຍິງ 2.204 ຄົນ, ເສຍຊີວິດ 1 ຄົນ, ສູນຫາຍ 1 ຄົນ, ບາດເຈັບ 1 ຄົນ, ເຮືອນຖືກນໍ້າຊຸໄຫລ ຈໍານວນ 44 ຫລັງ, ດິນເຈື່ອນຖົມ 4 ຫລັງ, ເຮືອນເປ່ເພເສຍຫາຍ 193 ຫລັງ, ເລົ້າເຂົ້າໄດ້ຮັບຜົນກະທົບ 113 ຫລັງ. ນອກນີ້ ຍັງມີເສັ້ນທາງ, ໄຟຟ້າ, ເນື້ອທີ່ການຜະລິດກະສິກຳ, ສັດລ້ຽງ, ໂຮງຮຽນ, ສະຖານທີ່ທ່ອງທ່ຽວ, ລະບົບການສື່ສານ ແລະ ອື່ນໆ ພາຍໃນເມືອງ ກໍໄດ້ຮັບຜົນເສຍຫາຍເຊັ່ນດຽວກັນ ລວມມູນຄ່າເສຍຫາຍທັງໝົດ 83 ຕື້ກວ່າກີບ. ປັດຈຸບັນ ທາງອຳນາດການປົກຄອງແຂວງ ແລະ ເມືອງຫລາ ກໍໄດ້ສຸມໃສ່ໃຫ້ການຊ່ວຍເຫລືອ ແລະ ມອບເຄື່ອງບັນເທົາທຸກເບື້ອງຕົ້ນ ໂດຍໄດ້ນຳເອົາກໍາລັງຈາກພາກສ່ວນຕ່າງໆ ລົງຊ່ວຍປະຊາຊົນ ອະນາໄມເຮືອນ, ຕັດໄມ້ເຮືອນ, ຕັ້ງເຮືອນສຳເລັດແລ້ວປະມານ 80%, ລົງຢ້ຽມຢາມ ແລະ ມອບເຄື່ອງຊ່ວຍເຫລືອໃຫ້ບັນດາຄອບຄົວ ທີ່ໄດ້ຮັບຜົນກະທົບໜັກ ແລະ ປານກາງ, ແກ້ໄຂສຸກເສີນລະບົບໄຟຟ້າ, ນໍ້າລິນສະອາດ, ນ້ຳປະປາ ແລະ ອື່ນໆ.

ໂອກາດດັ່ງກ່າວ ທ່ານ ບຸນທອງ ຈິດມະນີ ໄດ້ສະແດງຄວາມຊົມເຊີຍຕໍ່ການນຳທຸກຂັ້ນ ທີ່ໄດ້ເອົາໃຈໃສ່ແກ້ໄຂ ແລະ ສຸມໃສ່ຊ່ວຍເຫລືອແກ່ປະຊາຊົນ ທີ່ຖືກຜົນກະທົບໄດ້ຢ່າງທັນການ, ພ້ອມດຽວກັນ ທ່ານ ຍັງເນັ້ນໃຫ້ທາງເມືອງ ກໍຄືຄະນະສະເພາະກິດທຸກຂັ້ນ ສືບຕໍ່ສຸມໃສ່ແກ້ໄຂ ແລະ ຊ່ວຍເຫລືອປະຊາ ຊົນຕາມແຜນຂອງແຂວງ, ຂອງເມືອງ ໂດຍສະເພາະແມ່ນການແກ້ໄຂສຸກເສີນ, ການປັບປຸງປົວແປງຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນ ໂດຍນຳໃຊ້ທຶນຮອນທີ່ມີຢູ່ ແລະ ຮັບການບໍລິຈາກນຳພາກສ່ວນຕ່າງໆໄປຊ່ວຍເຫລືອໃຫ້ໄດ້ຮັບປະໂຫຍດສູງສຸດ; ເລັ່ງແກ້ໄຂການຜະລິດຂອງປະຊາຊົນ ຫັນໄປປູກພືດທີ່ເປັນສິນຄ້າອື່ນໆທົດແທນ, ເອົາໃຈໃສ່ເຝົ້າລະວັງພະຍາດທີ່ຈະຕາມມາ ຫລັງນ້ຳຖ້ວມແຫ້ງລົງ, ສຸມໃສ່ແກ້ໄຂຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນ ທີ່ຖຶກຜົນກະທົບຈາກໄພພິບັດຄັ້ງນີ້ ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ.


ການເຄື່ອນໄຫວ ຕິດຕາມກວດກາ ສະພາບໄພພິບັດ ຢູ່ແຂວງອຸດົມໄຊຄັ້ງນີ້, ທ່ານຮອງປະທານປະເທດ ຍັງໄດ້ນຳເອົາເຂົ້າສານ ຈຳນວນ 10 ໂຕນ ພ້ອມດ້ວຍເງິນສົດຈຳນວນໜຶ່ງມອບໃຫ້ແກ່ສອງເມືອງ ຄື: ເມືອງນາໝໍ້ ຈຳນວນ 4,5 ໂຕນ ແລະ ເມືອງຫລາ 4,5 ໂຕນ ແລະ ໂຮງຮຽນສາມັນກິນນອນຊົນເຜົ່າ ແຂວງອຸດົມໄຊ ຈຳນວນ 1 ໂຕນ.

ຂ່າວ: ໄມພອນ

Leave a Reply

Your email address will not be published. Required fields are marked *