• Sat. Dec 9th, 2023

Lao Sport Update

ຮອບດ້ານວົງການກິລາ

W.I.G NAGA ຜົນຂອງການຝຶກຊ້ອມຢ່າງໜັກ ແລະ ເດີນສາຍໄປແຂ່ງຂັນກັບທີມເກັ່ງໆທີ່ໄທ ຜົນຮັບ…

ຊົມເຊີຍ W.I.G NAGA ທີມເຍົາວະຊົນລາວ ທີ່ພັດທະນາຢ່າງກະໂດດຂັ້ນ ເລີ່ມສ້າງທີມບໍ່ຮອດປີ ແຕ່ຜົນງານປັງໆ ເມື່ອທ້າຍອາທິດທີ່ຜ່ານມາ ກວາດໄປ 2 ແຊ້ມ ແລະ 2 ຮອງແຊ້ມລາຍການທີ່ມຸກດາຫານປະເທດໄທ
ຫຼ້າສຸດວັນທີ 04.04.2023 W.I.G NAGA ໃນຮຸ່ນອາຍຸບໍ່ເກີນ 10 ປີ ເປີດຕົວໄດ້ສຸດຍອດໃນການແຂ່ງຂັນບານເຕະເຍົາວະຊົນລີກໃນ ສປປ ລາວ ລາຍການ Mazda Youth League 2023 ໃນຮຸ່ນອາຍຸບໍ່ເກີນ 10 ປີ ດ້ວຍການບຸກໄປເອົາຊະນະ ວຽງຈັນ ເອັຟທີ ( FT ) ໄປຂາດລອຍ 8-0 ທີ່ສະໜາມຊ້າງ 1 ໂດຍໂດດເດັ່ນທີ່ສຸດຄື: ອານຸສັກ ວິໄລກຸນ ຫຼື ບຽວເກດ ຫົວໜ້າທີມຈັດການຍິງຄົນດຽວ 5 ປະຕູພ້ອມຄວ້າລາງວັນ ແມນອ໊ອຟເດິແມັດ, ພັດທະນາ ຍິງໄປ 1 ປະຕູ, ຊິນນະພັດ 1 ປະຕູ ແລະ ອີກ ໄຊຍະສອນ 1 ປະຕູ. ເບິ່ງຜົນງານຕ່າງໆຂອງ W.I.G NAGA ໄດ້ທີ່ຄລິບລຸ່ມນີ້:

ສໍາລັບ Mazda Youth League 2023 ເປັນລາຍການທໍາທີ່ຈັດບານເຕະແບບລີກໃຫ້ກັບເຍົາວະຊົນລາວ ໄດ້ລົງແຂ່ງຂັນ ໂດຍແຂ່ງຂັນແບບໃນບ້ານ ແລະ ນອກບ້ານ ໂດຍມີການແຂ່ງຂັນຫຼາຍຮຸ່ນ ສະເພາະຢູ 10 ປີມີ 6 ທີມປັດຈຸບັນ W.I.G NAGA ຢຶດທີມນໍາຈາກການມີ 3 ຄະແນນເທົ່າກັບ ມາຊດ້າ ອີກໜຶ່ງຕົວເຕັງ ແລະ AIS ຈາກການລົງແຂ່ງຂັນ 1 ນັດເທົ່າກັບ, ສ່ວນອີກ 3 ທີມ ຈໍາປາຮັກ, ມາສເຕີ 7 ແລະ ວຽງຈັນ ເອັຟທີ ຍັງບໍ່ມີຈັກຄະແນນ.

Leave a Reply

Your email address will not be published. Required fields are marked *