ສະໂມສອນ ໄອສະປອດ ເອັຟຊີ ປະກາດຂ່າວດີໃນມື້ນີ້ວ່າ: Welcome to Ai-Sport Football Club, Phounin Xayasone! ຍິນດີຕ້ອນຮັບ ພູນິນ ໄຊຍະສອນ ສູ່ທັບໄກ່ປ່າ ໄອສະປອດ ເອັຟຊີ
ສະໂມສອນບານເຕະ ໄອສະປອດ ເອຟຊີ ບັນລຸຂໍ້ຕົກລົງກັບ ພູນິນ ໄຊຍະສອນ ນັກຮັບທີມຊາດລາວດີກີ ລາງວັນຜູ້ຮັກສາປະຕູດີເດັ່ນ ແລະ ຮອງແຊ້ມການແຂ່ງຂັນບານເຕະຊາຍ ຊີງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 19 ປີ ປະຈໍາປີ 2022 AFF U19 BOYS CHAMPIONSHIP 2022 ຢູ່ທີ່ປະເທດອິນໂດເນເຊຍ ແລະ ອາດີດຜູ້ຮັກສາປະຕູ ສະໂມສອນບານເຕະ EZRA FC.
ສໍາລັບ ພູນິນ ເປັນອີກຜູ້ຮັກສາປະຕູທີມຊາດລາວ ດາວເດັ່ນທີ່ໜ້າຕິດຕາມ ໂດຍຜົນງານທີ່ຜ່ານມາ ຄືພາ ຢູ 19 ລາວ ປະສົບຜົນສໍາເລັດ ເບິ່ງລາຍລະອຽດທີ່ຄລິບລຸ່ມນີ້