• Tue. May 30th, 2023

Lao Sport Update

ຮອບດ້ານວົງການກິລາ

W.I.G ທີມເຍົາວະຊົນລາວ ສົ່ງ 4 ຮຸ່ນເຂົ້າຊີງທັງໝົດ ກ່ອນຄວ້າແຊ້ມ 2 ຮອງແຊ້ມ 2 ລາຍການທີ່ໄທ

W.I.G NAGA ທີມເຍົາວະຊົນຈາກລາວ ທີ່ກໍາລັງມາແຮງໃນໄລຍະນີ້ ຫຼ້າສຸດໄປແຂ່ງຂັນລາຍການທີ່ປະເທດໄທ ເໝົາແຊັມໃນຮຸ່ນອາຍຸບໍ່ເກີນ 9 ປີ ແລະ 10 ປີ ໃນການແຂ່ງຂັນບານເຕະ 7 ຄົນລາຍການ ໂຂງ-ຊີ-ມູລ ຈູເນ່ຍ ຄັບ 2023 ທີ່ມຸກດາຫານ ປະເທດໄທ ລະຫວ່າງວັນທີ 1-2 ເມສາ 2023, ສ່ວນຮຸ່ນອາຍຸບໍ່ເກີນ 11 ແລະ 12 ປີແມ່ນສາມາດຄວ້າຮອງແຊັມ

ການແຂ່ງຂັນບານເຕະ 7 ຄົນລາຍການ ໂຂງ-ຊີ-ມູລ ຈູເນ່ຍ ຄັບ 2023 ທີ່ມຸກດາຫານ ປະເທດໄທ ລະຫວ່າງວັນທີ 1-2 ເມສາ 2023 ໂດຍສົ່ງນັກກີລາເຂົ້າຮ່ວມເຖິງ 4 ຮຸ່ນຄື: ຢູ 9, 10, 11 ແລະ 12 ປີ ເຊິ່ງແຕ່ລະຮຸ່ນທີມເຂົ້າຮ່ວມ 12 ທີມເຂົ້າຮ່ວມແຂ່່ງຂັນ ແລະ ແບ່ງເປັນສາຍຄັດເອົາທີ 1 ກັບ 2 ເຂົ້າຮອບ ໂດຍເມື່ອວັນທ 1 ເມສາ 2023 ເປັນການແຂ່ງຂັນໃນຮຸ່ນອາຍຸບໍ່ເກີນ 9 ແລະ 11 ປີ.

ສະຫຼຸບຜົນງານຂອງ W.I.G NAGA ທີ່ເຂົ້າຮ່ວມລາຍການນີ້ກວາດແຊັມໄປ 2 ຮຸ່ນ 9 ກັບ 10 ປີ ແລະ ຄວ້າອັນດັບ 2 ຮຸ່ນອາຍຸບໍ່ເກີນ 11 ກັບ 12 ປີ ລາຍລະອຽດການແຂ່ງຂັນ ເບິ່ງຄລິບລຸ່ມນີ້

Leave a Reply

Your email address will not be published. Required fields are marked *