• Wed. Jun 7th, 2023

Lao Sport Update

ຮອບດ້ານວົງການກິລາ

ໂດດຂົວມື້ລະຕໍ່ເນື່ອງ 6 ມື້ 4 ສົບ ຕ້ອງສູດປັດເປົ່າສິ່ງບໍດີອອກໄປ

6 ມື້ 4 ສົບເປັນໂຕເລກທີ່ຫຼາຍ ແລະບໍເພິ່ງປາຖະໜາເປັນທີ່ສຸດ ແຕ່ກໍ່ເກີດຂຶ້ນໄປແລ້ວຢູ່ຂົວປາກເຊ ດ້ວຍເຫດນີ້ເພື່ອຄວາມສະບາຍໃຈຂອງພໍ່ແມ່ປະຊາຊົນຄົນໂດດຂົວປາກເຊລ່າສຸດ! ມື້ນີ້ 30 ມີນາ 2023 ໄດ້ເຮັດ ພິທີສູດຖອດຂົວຂ້າມນ້ຳຂອງ ປາກເຊ-ໂພນທອງ ເພື່ອຂະຈັດປັດເປົ່າສີ່ງເປັນອັບປະມົງຄົນ ແນວຕາບໍ່ເຫັນທີ່ດືງດູດຈິດໃຈໃຫ້ຄົນໂຕນນ້ຳຕາຍຫຼາຍສົບ ຈາກນີ້ໄປຈະບໍ່ມີຫຍັງອີກແລ້ວມີແຕ່ສີ່ງດີໆ ພຣະອາຈານໃຫຍ່ຫຼາຍອົງ ສູດປັດເປົ່າໄປເບີດແລ້ວເດີ້ສີ່ງບໍ່ດີ.

May be an image of footwear

ພາຍຫຼັງເກີດເຫດການຄົນຄິດສັ້ນໂດດຂົວນ້ຳຂອງ ປາກເຊ-ໂພນທອງຢ່າງຕໍ່ເນື່ອງມາ ເຮັດໃຫ້ອົງການພຸດທະສາສະໜາສຳພັນລາວພາກໃຕ້ຕ້ອງຮີບຮ້ອນ ຈັດພິທີສູດປະຣິຕະມຸງຄຸນຢູ່ຈຸດຂົວດັ່ງກ່າວ ເພື່ອປັດເປົ່າສິ່ງບໍດີອອກ ຕໍ່ໄປໃຫ້ມີແຕ່ແນວດີໆສົມກັບຄວາມມຸ້ງມາດປາດຖະໜາຂອງພໍ່ແມ່ປະຊາຊົນສອງຟາກຝັ່ງທີ່ຢາກມີຂົວເປັນຈຸດເຊື່ອມຕໍ່ໄປມາຄ້າຂາຍທີ່ສະດວກຂຶ້ນ.

May be an image of 5 people, people sitting, motorcycle and road

ດັ່ງນັ້ນ, ເພື່ອຄວາມສະບາຍໃຈຂອງທຸກຄົນ ໃນຕອນບ່າຍຂອງວັນທີ 30 ມີນາ 2023 ທີ່ຜ່ານມາໄດ້ມີພິທີ ສູດປະຣິຕະມຸງຄຸນ ກຳຈັດປັດເປົ່າ ຖອດຖອນ ສິ່ງບໍ່ດີອອກຈາກຂົວຂ້າມນ້ຳຂອງ ປາກເຊ-ໂພນທອງ ແລະ ທຳບຸນເພື່ອເປັນສິລິມຸງຄຸນ ຢູ່ເຢັນເປັນສຸກໃຫ້ແກ່ປະຊາຊົນຊາວນະຄອນປາກເຊ ແຂວງຈຳປາສັກ. ໂດຍອີງຕາມ ກອງປະຊຸມຂອງຄະນະບໍລິຫານງານອົງການພຸດທະສາສະໜາສຳພັນລາວ ແຂວງຈຳປາສັກ ທີ່ໄດ້ອອກໜັງສືນິມົນບັນດາພະອາຈານ ໃນວັນທີ 29 ມີນາ ທີ່ຜ່ານມາ ເພື່ອໃຫ້ເຂົ້າຮ່ວມພິທີສູດ ແລະ ທຳບຸນດັ່ງກ່າວ.

May be an image of 5 people, people standing and outdoors
ເຊິ່ງພິທີ່ດັ່ງກ່າວແມ່ນໄດ້ຮັບການເຂົ້າຮ່ວມໂດຍ ປະທານຝ່ານສົງ ມີພຣະອາຈານ ມະຫາ ສຸວັນ ຈັນທະຣາຊ ຜູ້ຊ່ວຍວຽກສູນກາງອົງການພະພຸດທະສາສະໜາສຳພັນລາວ ຊີ້ນຳ 4 ແຂວງພາກໃຕ້, ທັງເປັນປະທານອົງການພະພຸດທະສາສະໜາສຳພັນລາວ ແຂວງຈຳປາສັກ ພ້ອມດ້ວຍຄະນະ ແລະ ພຣະອາຈານໃຫຍ່ຈຳນວນ 18 ອົງ, ພ້ອມກັນນັ້ນພາຍນອກກໍມີບັນດາຄະນະນຳນະຄອນປາກເຊ ແລະ ພໍ່ແມ່ປະຊາຊົນເຂົ້າຮ່ວມ.

May be an image of 11 people and people standing
ພິທີສູດປະຣິຕະມຸງຄຸນ ແລະ ທຳບຸນໃນຄັ້ງນີ້ ແມ່ນເປັນຜົນມາຈາກຊ່ວງໄລຍະທີ່ຜ່ານມາແມ່ນຄົນມາໂດດນ້ຳເພື່ອຈົບຊີວິດຕົນເອງ ເຊິ່ງໄດ້ສ້າງຄວາມເສົ້າສະຫຼົດໃຈແກ່ພໍ່ແມ່ປະຊາຊົນທີ່ເດີນທາງຂ້າມຂົວໄປມາ ດັ່ງນັ້ນ, ເພື່ອເປັນການກຳຈັດປັດເປົ່າ ຖອດຖອນສິ່ງບໍ່ດີ ແລະ ເພື່ອຄວາມສະບາຍໃຈຂອງພໍ່ແມ່ປະຊາຊົນ ຈຶ່ງໄດ້ຈັດພິທີນີ້ຂຶ້ນມາ.

May be an image of 4 people and people standing

Leave a Reply

Your email address will not be published. Required fields are marked *