• Mon. May 29th, 2023

Lao Sport Update

ຮອບດ້ານວົງການກິລາ

ທີມຊາດລາວ ໄດ້ພັກ ແລະ ຊ້ອມຫຼາຍກວ່າ ກ່ອນລ້າງຕາກັບ ເຈົ້າພາບ ແລງມື້ນີ້

ທີມຊາດລາວ ຊຸດໃຫຍ່ ເຂົ້າຮອບຊີງດ້ວຍປະຕິຫານນາທີໆສຸດທ້າຍນາທີໆ 90 ຫຼັງຈາກທີ່ ເນປານ ຍິງປະຕູຕີສະເໝີ ບູຖານ 1-1 ເມື່ອວັນທີ 28 ມີນາ 2023 ທີ່ຜ່ານມາ ເຮັດໃຫ້ ທີມຊາດລາວ ເຂົ້າຮອບດ້ວຍຜົນງານລົງສະໜາມ 2 ນັດມີ 3 ຄະແນນຢູ່ອັນດັບທີ 2 ຂອງຕາຕະລາງຄະແນນລວມໄປພົບກັບ ເນປານ ທີມອັນດັບ 1 ຂອງຕາຕະລາງທີ່ລົງສະໜາມ 2 ນັດມີ 4 ຄະແນນ, ສ່ວນ ບູຖານ ຕົກຮອບໄປຈາກຜົນງານມີ 1 ຄະແນນ.

ກາຍເປັນຄວາມໄດ້ປຽບເລັກໜ້ອຍເລື່ອງໄລຍະເວລາໃນການພັກຟື້ນ ແລະ ຊ້ອມສໍາລັບ ທີມຊາດລາວ ທີ່ໄດ້ພັກ ແລະ ຊ້ອມເຖິງ 5 ມື້ກ່ອນລົງສະໜາມນັດຊີງຊະນະເລີດພົບກັບ ເນປານ ( ທີ່ຫາກໍລົງແຂ່ງຂັນນັດທີ 2 ເມື່ອວັນທີ 28 ມີນາ 2023 ຫຼື ໄດ້ພັກ ແລະ ຊ້ອມ 2 ມື້ກ່ອນແຂ່ງຂັນ ) ຕ້ອງມາເບິ່ງວ່າທີມຊາດລາວ ຈະສາມາດລ້າງຕາໄດ້ຫຼືບໍ? ເພາະນັດທໍາອິດ ທີມຊາດລາວ ເສຍໃຫ້ກັບ ເນປານ 0-2.
ລາຍລະອຽດກ່ອນນັດຊີງເບິ່ງຄລິບ:

Leave a Reply

Your email address will not be published. Required fields are marked *