ນາງສັງຂານ ເປັນກິດຈະກຳໜຶ່ງທີ່ຕິດພັນກັບງານບຸນປີໃໝ່ລາວມາຊ້ານານ ເປັນເລື່ອງເລົ່າທີ່ກ່ຽວກັບການຫົດສົງ ຕຳນານການຫົດສົງບຸນປີໃໝ່ແມ່ນຄວາມປາຖະໜາໜຶ່ງຂອງເລື່ອງລາວນາງສັງຂານ ຊຶ່ງຕັດອອກຈາກກັນບໍ່ໄດ້ ສະນັ້ນ ຫຼວງພະບາງເມືອງແຫ່ງອະລິຍະທຳ ທາງວັດທະນະທຳຈິ່ງບໍ່ເຄີຍປ່ອຍວາງການປະກວດສາວງາມຜູ້ຈະມາເປັນນາງສັງຂານຕົວແທນລູກສາວຂອງພະຍາກະບິນລະພົມໃນທຸກໆປີ.

ອີງຕາມປະຕິທິນ ວັດປ່າໂພນເພົາ ວະນາຣາມ ນະຄອນຫຼວງພະບາງກ່ຽວກັບທຳນາຍຊາຕາປີນີ້ ມື້ສັງຂານລ່ວງແມ່ນມື້ແຮມ 9 ຄ່ຳເດືອນ 5 ພສ 2565 ກົງກັບວັນທີ 14 ເມສາ 2023 ເວລາ 14 ໂມງ 48 ນາທີ ຈາກນັ້ນວັນເສົາທີ 15 ເມສາ ແຮມ 10 ຄ່ຳເດືອນ 5 ແມ່ນເປັນວັນສັງຂານເນົາ ກ່ອນທີ່ຈະປ່ຽນເປັນຈຸລະສັກກາລາດ ຫຼື ຈສ ໃໝ່ ຈາກ 1384 ເປັນ ຈສ 1385 ໃນມື້ແຮມ 11 ຄ່ຳເດືອນ 5 ພສ 2565 ຊຶ່ງກົງກັບວັນທີ 16 ເມສາ 2023 ເວລາ 20 ໂມງ 2 ນາທີ 24 ວິນາທີ.
ສຳລັບປີນີ້ນາງສັງຂານໝູນວຽນມາຖືກລູກສາວຄົນທີ6 ຂອງພະຍາກະບິນລະພົມ ທີ່ມີຊື່ວ່າ ກິມິທາເທວີ ອາພອນປະດັບດ້ວຍແກ້ວສີເຫຼືອງ ກິນກ້ວຍນ້ຳເປັນອາຫານ ມືເບື້ອງຂວາຊົງຖືງ້າວຫຼືດາບ ມືເບື້ອງຊ້າຍຖືພິນ ສະເດັດນັ່ງເທິງຫຼັງຄວາຍເປັນພາຫະນະ.
ດ້ານການທຳນາຍຟ້າຝົນ ບອກວ່າຈະມີຝົນຕົກ 500 ຫ່າ ຕົກໃນຈັກກະວານ 200 ຫ່າ ຕົກໃນປ່າຫິມະພານ 150 ຫ່າ ແລະຕົກໃນມະຫາສະໝຸດ 50 ຫ່າ ປີນີ້ນ້ຳຈະອຸດົມສົມບູນຕະຫຼອດປີ ນາລຸ່ມນາດອນຈະດີທຸກໆແຫ່ງ ຈະມີລົມພັດທັງ 4 ທິດຕາມລະດູການ ແຕ່ທຳນາຍບອກວ່າພຶດຜົນແມ່ນໄດ້ໄດ້ພຽງ 1 ສ່ວນ ແລະເສຍໄປ 5 ສ່ວນ ປວງຊົນທັງຫຼາຍທັງປວງຈະໄດ້ທຸກ ແລະສຸກສະເໝີກັນ ເຂົ້າປາອາຫານຈະແພງບ້ານເມືອງບໍ່ຄ່ອຍຊຸ່ມເຢັນ.