ໃນຄັ້ງວັນທີ 22 ຫາ 23 ມີນາ 2023 ກ້ອນກຳລັງກອງບັນຊາການທະຫານເມືອງວຽງຄຳ ແຂວງຫຼວງພະບາງ ສົມທົບກັບພະນັກງານ-ລັດຖະກອນ ເຄື່ອນໄຫວດັບໄຟໄໝ້ລາມປ່າຢູ່ເຂດປ່າສະຫງວນພູກຸ.
ເຊິ່ງເປັນເຂດຍຸດທະສາດການທະຫານ ແລະປ່າສະຫງວນຂອງເມືອງ ແຕ່ບໍ່ທັນສໍາເລັດ ເນື່ອງຈາກມີຫຍຸ້ງຍາກຫຼາຍດ້ານ ຍ້ອນບໍເວນປ່າດັ່ງກ່າວເປັນປ່າດົ່ງດິບ, ມີໄມ້ປ້ອງເປັນສ່ວນໃຫຍ່ ແລະ ໃບໄມ້ແຫ້ງຫລາຍ.
ມື້ຕໍ່ມາຄະນະພັກ-ຄະນະບັນຊາ ຈິ່ງໄດ້ສືບຕໍ່ຈັດຕັ້ງກຳລັງ ແລະ ສົມທົບກັບພະນັກງານ-ລັດຖະກອນ ລົງພື້ນທີ່ຢ່າງຮີບດ່ວນຕື່ມອີກ ເພື່ອດັບໄຟໄໝ້ລາມປ່າເຂດບໍລິເວນດັ່ງກ່າວ ຈົນສາມາດດັບໄຟໄໝ່ລາມສຳເລັດ.
ພາບ-ຂ່າວ: ຊາຍພອນ ແກ້ວອຸບົນ.