• Wed. May 31st, 2023

Lao Sport Update

ຮອບດ້ານວົງການກິລາ

ຈ໋ອຍ ຈອນທະຈັກ ຕົວແທນປະເທດລາວປະກວດ Mister Fitness Supermodel World 2023

Mister Fitness Super Model World 2023 ໜຸ່ມ ຈ໋ອຍ ຈອນທະຈັກ ນວນແສງສີ ກຽມເສີດສາຍຢູ່ເທີງເວທີຊາຍງາມລະດັບສາກົນ ສົ່ງອອກອີກໜຶ່ງໜຸ່ມ ກຽມເຊຍ ແລະ ສົ່ງກໍາລັງໃຈໃຫ້ ໜຸ່ມມາດເທ້ໜ້າຫວານ ຫຸ່ນດີສະເປັກສາວໆ

ເຊິ່ງຫຼາຍຄົນຈະເຫັນໜຸ່ມຄົນນີ້ໃນເວທີປະກວດຊາຍງາມຕະຫຼອດຢູ່ແລ້ວ ຈ໋ອຍ – ຈອນທະຈັກ ນວນແສງສີ ເຊິ່ງເປັນຮອງອັນດັບສອງ MISTER INTERNATIONAL LAOS 2019 ຫຼ້າສຸດທາງກອງໄດ້ເຜີຍວ່າ ໜຸ່ມຄົນນີ້ເປັນຕົວແທນປະເທດລາວເຂົ້າຮ່ວມການປະກວດ Mister Fitness Supermodel World 2023 ທີ່ປະເທດຫວຽດນາມໃນທ້າຍປີ

ການປະກວດ Mister Fitness Supermodel World 2023 ຈະຈັດຂຶ້ນທີ່ແຂວງ ບິ່ນຫຖວນ (Binh Thuan), ປະເທດຫວຽດນາມ ຮອບຕັດສິນວັນທີ 28 ທັນວາ 2023
ຈຸດເດັ່ນຂອງໜຸ່ມຈ໋ອຍ ນອກຈາກຈະເປັນຮອຍຍິ້ມທີ່ຫວານ ເລື່ອງຫຸ່ນບອກເລີຍວ່າມີຄວາມຟິດປັງຕະຫຼອດເວລາ ເພາະເປັນຄົນໜຶ່ງທີ່ຮັກສຸຂະພາບ ແລະ ເຂົ້າຟິດເນັດຟິດຫຸ່ນຕະຫຼອດເວລາ ສັງເກດໄດ້ເລີຍຊິກແພັກ ແລະ ກ້າມ ສະເປັກສາວງາມຫຼາຍຄົນເລີຍແຫຼະ

ສ່ວນຜົນງານຂອງ ໜຸ່ມຈ໋ອຍ ກໍມີຖ່າຍໂຄສະນາ ເດີນແບບ ໂຄສະນາຜະລິດຕະພັນ ຜົນງານລິວິວສີນຄ້າ ອື່ນໆ
ຢ່າລືມຮ່ວມເປັນກຳລັງໃຈ ແລະ ສົ່ງແຮງເຊຍໃຫ້ກັບສາຍສະພາຍລາວ ໃນເວທີສາກົນໃນຄັ້ງນີ້ນຳກັນ
ແລະ ຕິດຕາມການເຄື່ອນໄຫວຂອງໜຸ່ມຈ໋ອຍໄດ້ວ່າມີການກຽມໂຕ ເຄື່ອນໄຫວຫຍັງແນວໃດ ເພື່ອເຮັດໜ້າທີ່ຕົວແທນປະເທດໃນຄັ້ງນີ້

.

ຈາກ: Sukkarin Daowrai

Leave a Reply

Your email address will not be published. Required fields are marked *