• Sun. Jun 4th, 2023

Lao Sport Update

ຮອບດ້ານວົງການກິລາ

ເຈົ້າແຂວງຜົ້ງສາລີ ລົງພົບປະໂອ້ລົມພໍ່ແມ່ປະຊາຊົນບ້ານແສງດາວເຮືອງ ເມືອງສຳພັນ

ໃນວັນທີ 24 ມີນາ 2023 ທີ່ຜ່ານ ທ່ານ ຄຳຜອຍ ວັນນະສານ ເຈົ້າແຂວງຜົ້ງສາລີ ພ້ອມດ້ວຍຄະນະນຳຈາກພາກສ່ວນທີ່ກ່ຽວຂ້ອງຂັ້ນແຂວງ, ຂັ້ນເມືອງ ໄດ້ລົງພົບປະໂອ້ລົມພໍ່ແມ່ປະຊາຊົນບ້ານແສງດາວເຮືອງທີ່ຂຶ້ນກັບເມືອງສຳພັນ. ໂດຍໄດ້ຮັບການຕ້ອນຮັບຈາກທ່ານ ທອງຕື ເກຍສະບົງ ເຈົ້າເມືອງໆສຳພັນພ້ອມດ້ວຍອົງການປົກຄອງບ້ານພໍ່ແມ່ປະຊາຊົນພາຍໃນບ້ານ ແລະ ນ້ອງນ້ອຍນັກຮຽນຢ່າງອົບອຸ່ນ.


ທ່ານ ສົມໄຊ ໄຊຍະວົງ ເລຂາພັກ ນາຍບ້ານໆແສງດາວເຮືອງ ໄດ້ລາຍງານວ່າ: ບ້ານແສງດາວເຮືອງ ແມ່ນບ້ານໜຶ່ງທີ່ຂຶ້ນກັບກຸ່ມບ້ານແສງດາວເຮືອງ ເຊິ່ງຫາງຈາກເທດສະບານເມືອງ 84 ກີໂລແມັດ, ທິດເໜືອຕິດກັບບ້ານນ້ຳກີ້, ທິດໃຕ້ຕິດກັບບ້ານນໍ້າຮຸນ ແລະ ບ້ານໜອງຄຳ, ທິດຕາເວັນ ອອກຕິດກັບບ້ານຊຽງເໜືອ ,ທິດຕາເວັນຕົກຕິດກັບບ້ານສີລາເກົ່າ.

ບ້ານແສງດາວເຮືອງແມ່ນຕັ້ງຢູ່ລຽບຕາມແຄມນໍ້າຮຸນ ເຊິ່ງໃນເມື່ອກ່ອນມີ 5 ບ້ານ ແລະ ໄດ້ຈັດສັນມາເປັນ 1 ບ້ານ ເຊິ່ງເປັນບ້ານທີ່ຖືກຜົນກະທົບຈາກໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າອູ 5 ປະກອບມີ 3 ຊົນເຜົ່າຄື: ເຜົ່າ ກຶມມຸ, ເຜົ່າລາວລຸ່ມ ແລະ ເຜົ່າພູນ້ອຍ, ພາຍໃນບ້ານມີ 178 ຄົວເຮືອນ, 229 ຄອບຄົວ, ມີປະຊາກອນທັງໝົດ 1.008 ຄົນ, ຍິງ 611 ຄົນ, ອາຊີບຕົ້ນຕໍຂອງປະຊາຊົນແມ່ນເຮັດໄຮ່, ເຮັດສວນ, ລຽ້ງສັດນ້ອຍ-ໃຫຍ່ ແລະ ເຮັດການບໍລິການ.


ໃນໂອກາດນີ້, ທ່ານ ເຈົ້າແຂວງ ໄດ້ມີຄຳເຫັນໂອ້ລົມເຊິ່ງກ່ອນອື່ນທ່ານກໍ່ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍມາຍັງຄະນະພັກ, ຄະນະບ້ານ ຕະຫຼອດຮອດພໍ່ແມ່ປະຊາຊົນພາຍໃນບ້ານທີ່ມີຄວາມສາມັກຄີພ້ອມກັນສ້າງບ້ານ, ສ້າງເສດຖະກິດໃນໄລຍະທີ່ຜ່ານມາ, ພ້ອມກັນນັ້ນທ່ານເຈົ້າແຂວງຍັງໄດ້ເນັ້ນໃຫ້ເອົາໃສ່ຕໍ່ການສຶກສາອົບຮົມການເມືອງແນວຄິດໃຫ້ພໍ່ແມ່ປະຊາຊົນໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງການນຳພາຂອງພັກໃນແຕ່ລະໄລຍະ.

ສືບຕໍ່ເຕົ້າໂຮມຄວາມສາມັກຄີພາຍໃນບ້ານໃຫ້ເປັນປືກແຜນ, ຍົກສູງຄວາມຮັບຜິດຊອບຕໍ່ການຈັດຕັ້ງປະຕິບັດວຽກງານ 3 ສ້າງ ໂດຍສະເພາະການສ້າງບ້ານເປັນຫົວໜ່ວຍພັດທະນາ, ຖືເອົາການພັດທະນາເສດຖະກິດເປັນໃຈກາງໃນການແກ້ໄຂຄວາມທຸກຍາກ, ເອົາໃຈໃສ່ວຽກງານປ້ອງກັນຊາດໃຫ້ມີຄວາມສະຫງົບ, ຕ້ານ ແລະ ສະກັດກັ້ນບັນດາບັນຫາປະກົດການຍໍ້ທໍ້ພາຍໃນບ້ານໂດຍສະເພາະຂີ້ລັກງັດແງະ, ບັນຫາຢາເສບຕິດ, ການເຊື້ອຖືສາສະໝາທີ່ບໍ່ສອດຄ່ອງກັບຮີດຄອງປະເພນີ, ສືບຕໍ່ສ້າງອາຊີບຖາວອນໃຫ້ຫຼາຍຂື້ນ, ພ້ອມກັນສ້າງສາເສດຖະກິດຂອງແຕ່ລະບ້ານກໍ່ຄືຂອງຄອບຄົວໃຫ້ເຂັ້ມແຂງກ່ວາເກົ່າ ເພື່ອເຮັດໃຫ້ຫຼຸດຜ່ອນອອກຈາກຄວາມທຸກຢາກເທື່ອລະກ້າວ.

ໃນໂອກາດ ທ່ານເຈົ້າແຂວງລົງພົບປະໂອ້ລົມພໍ່ແມ່ປະຊາຊົນບ້ານແສງດາວເຮືອງ ຍັງໄດ້ໄປເບິ່ງຢ້ຽມຢາມຖາມຂ່າວການປະຕິບັດວຽກງານຂອງໂຮງໝໍນ້ອຍແສງດາວເຮືອງ, ຢ້ຽມເບິ່ງການກໍ່ສ້າງໂຮງຮຽນມັດຖະຍົມສົມບູນແສງດາວເຮືອງ, ເບິ່ງໂຄງການປູກກາເຟຂອງບໍລິສັດເຈິງຮຸຍຊິນ ທີ່ໄດ້ລົງທຶນປູກໃນເນື້ອທີ 30 ກ່ວາເຮັກຕາ ແລະ ໄປເບິ່ງການລ້ຽງສັດຂອງປະຊາຊົນທີ່ຖືກຜົນກະທົບຈາກການກໍ່ສ້າງເຂື່ອນໄຟຟ້ານໍ້າອູ 5 ທີ່ທາງບໍລິສັດໄດ້ຊົດເຊີຍເປັນງົວໃຫ້ຄອບຄົວລະ 1 ໂຕ.

Leave a Reply

Your email address will not be published. Required fields are marked *