ພາຍຫຼັງທີ່ ທີມຊາດລາວ ຊຸດໃຫຍ່ ສາມາດເກັບໄຊຊະນະນັດທໍາອິດຂອງປິີ 2023 ດ້ວຍການເອົາຊະນະຊະນະ ບູຖານ 2-1 ໃນການແຂ່ງຂັນບານເຕະອຸ່ນເຄື່ອງຕາມປະຕິທິນຂອງ FIFA DAY ລາຍການ Prime Minister 3 Nations Cup 2023 ເມື່ອທ້າຍອາທິດທີ່ຜ່ານມາ ທີ່ປະເທດເນປານ (ເບິ່ງຜົນງານຂອງທີມຊາດລາວ ໄດ້ທີ່ຄລິບລຸ່ມນີ້ )
ທີມຊາດ ເນປານ ມີ 3 ຄະແນນຈາກ 1 ນັດເຂົ້າຮອບຊີງເປັນທີ່ແນ່ນອນແລ້ວ, ສ່ວນ ທີມຊາດລາວ ລົງສະໜາມຄົບມີ 3 ຄະແນນ ແລະ ຜົນປະຕູໄດ້ເສຍ -1, ສ່ວນ ບູຖານ ລົງສະໜາມ 1 ນັດຍັງບໍ່ມີຈັກຄະແນນ ແລະ ຜົນປະຕູໄດ້ເສຍ -1 ນັ້ນສະແດງວ່ານັດຕໍ່ໄປ ບູຖານ ຕ້ອງຊະນະສະຖານດຽວຈິ່ງສາມາດເຂົ້າຮອບຊີງໄດ້ ໂດຍສະເພາະຖ້າຫາກຊະນະ 1-0 ໂດຍທີ່ບໍ່ເສຍປະຕູຈະເຂົ້າຮອບທັນທີ (ລາຍລະອຽດ ເບິ່ງຄລິບເພີ່ມຕື່ມລຸ່ມນີ້ )