• Sun. Dec 10th, 2023

Lao Sport Update

ຮອບດ້ານວົງການກິລາ

ຈະຢູ່ໃນຕຳແໜ່ງໃດ ທ່ານບໍ່ເຄີຍປ່ຽນໄປເລີຍ ຜູ້ນຳຂວັນໃຈຕະຫຼອດການ

ທ່ານ ທອງລຸນ ສີສຸລິດ ຜູ້ນຳທີ່ໄດ້ສຽງສະໜັບສະໜູນຕະຫຼອດມາແຕ່ຕອນເພິ່ນເປັນນາຍົກ, ທຸກວັນນີ້ ເພິ່ນເປັນປະທານປະເທດແລ້ວ ແຕ່ການລົງພື້ນທີ່ ຢ້ຽມຢາມທ້ອງຖິ່ນ ຖານການຜະລິດຕ່າງໆ ທ່ານຍັງວາງຕົວສະຕົ້ນສະມີ້ປາຍບໍ່ເຄີຍປ່ຽນໄປເລີຍ ບໍ່ນຸ່ງຫຼູ, ບໍ່ມີຄັນຮົ່ມ ເຊື່ອວ່າທຸກຄົນທີ່ເຫັນຄົງປື້ມໃຕພໍໆກັບແອັດທີ່ເປັນຢູ່.

May be an image of 16 people, people standing and grass

ໃນວັນທີ 26 ມີນາ ຜ່ານມາ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ພ້ອມຄະນະ ກໍ່ໄດ້ລົງຢ້ຽມຢາມພົບປະ, ຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງບ້ານໂພນສະອາດ ເມືອງໂຂງ, ໂດຍມີ ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ ພ້ອມຄະນະ.

May be an image of 9 people, people sitting and people standing

ໃນການເຄື່ອນໄຫວຄັ້ງນີ້, ທ່ານປະທານປະເທດ ພ້ອມຄະນະໄດ້ຢ້ຽມຢາມ ກຸ່ມການຜະລິດເຂົ້າ ແລະ ແນວພັນເຂົ້າ ຂອງ ປະຊາຊົນ ບ້ານນາ ເມືອງໂຂງ, ທັງຢ້ຽມຢາມໜອງປາ ທ້າວ ຄຳຈັນ ໄຊສົມບັດ ຄອບຄົວຕົບແບບ ໃນການລ້ຽງປາ ທີ່ບ້ານຊົນລະວຽງ ເມືອງໂຂງ ຊຶ່ງໄດ້ເລີ່ມສຳຫຼວດ ແລະ ບຸກເບີກ ໃນປີ 2018 ໃນເນື້ອທີ່ 30 ເຮັກຕາ, ມາຮອດປີ 2021 ແມ່ນສາມາດກໍ່ສ້າງໜອງ ໄດ້ທັງໝົດ 50 ໜອງ ແລະ ໄດ້ເລີ່ມລົງມືປ່ອຍປາ, ປັດຈຸບັນ ມີປາ ຈຳນວນ 17 ຊະນິດ, ລວມທັງໝົດ 1.30 ລ້ານກວ່າໂຕ, ໃນໄລຍະຜ່ານມາ ແມ່ນສາມາດສະໜອງປາ ອອກສູ່ຕະຫຼາດໄດ້ ຈຳນວນ 12 ໂຕນ ແລະ ໄດ້ເກັບໄວ້ເປັນພໍ່ພັນ ແມ່ພັນ ເພື່ອຜະລິດລູກປາລ້ຽງຕໍ່ໄປອີກຈຳນວນໜຶ່ງ ຊຶ່ງໃນການຈໍາໜ່າຍແມ່ນມີແມ່ຄ້າມາຮັບຊື້ຢູ່ກັບທີ່ ແລະ ສົ່ງຕາມ ການສັ່ງຈອງ ຕາມທ້ອງຕະຫຼາດພາຍໃນເມືອງ, ພາຍໃນແຂວງ ແລະ ຕ່າງແຂວງ.

May be an image of 7 people and people standing

ໃນຕອນບ່າຍຂອງວັນດຽວກັນ ທ່ານ ປະທານປະເທດ ພ້ອມຄະນະ ໄດ້ລົງ ຢ້ຽມຢາມພົບປະປະຊາຊົນ ກຸ່ມການຜະລິດຫັດຖະກຳຈັກສານໄມ້ປ່ອງບ້ານໂພນສະອາດ ຊຶ່ງໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກປະຊາຊົນ ເຂດດັ່ງກ່າວ, ທ່ານ ຄຳເຜືອກ ຫານຊະນະ ນາຍບ້ານ ໄດ້ລາຍງານສະພາບລວມຂອງກຸ່ມ ຊຶ່ງໄດ້ສ້າງຕັ້ງຂຶ້ນໃນ ປີ 2019 ໂດຍຄະນະພັກ – ອົງການປົກຄອງເມືອງ ໄດ້ມີນະໂຍບາຍສົ່ງເສີມຈັດຕັ້ງເປັນກຸ່ມການຜະລິດ ການຜະລິດແມ່ນໄດ້ເອົາໃຈໃສ່ເພີ່ມປະລິມານ ແລະ ເນັ້ນໃສ່ຄຸນນະພາບ, ຜະລິດຕະພັນມີເຄື່ອງໝາຍໂລໂກ້ຕິດເປັນເອກະລັກສະເພາະ ໄດ້ຮັບນາມມະຍົດເປັນສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນແຫ່ງຊາດ (ໂອດັອບ) ຈາກກະຊວງອຸດສາຫະກຳ ແລະ ການຄ້າ ໃນປີ 2021, ຈາກນັ້ນມາ ກຸ່ມການຜະລິດໄດ້ມີຄວາມເຂັ້ມແຂງຂຶ້ນເລື້ອຍໆ ແລະ ໄດ້ຮັບການຍົກລະດັບຂຶ້ນເປັນສະຫະກອນ ໃນປີ 2022 ໂດຍມີຊື່ວ່າ: ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງບ້ານໂພນສະອາດ, ມີສະມາຊິກທັງໝົດ 150 ຄອບຄົວ, ຈາກຜົນສຳເລັດດັ່ງກ່າວ ໄດ້ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນພາຍໃນບ້ານ ມີການຫັນປ່ຽນດີຂຶ້ນຢ່າງຈະແຈ້ງ, ສາມາດເຮັດໃຫ້ຄອບຄົວຫຼຸດພົ້ນອອກຈາກຄວາມທຸກຍາກໄດ້ເປັນກ້າວໆ.

No photo description available.
ໃນໂອກາດນີ້, ທ່ານປະທານປະເທດ ໄດ້ສະແດງຄວາມຊົມເຊີຍ ແລະ ໝັ້ນໃຈຕໍ່ການນໍາພາຂອງຄະນະນໍາພາຍໃນບ້ານ ກໍຄື ປະຊາຊົນ ທີ່ພ້ອມກັນສ້າງສາພັດທະນາຊີວິດ ແລະ ເສດຖະກິດ ພາຍໃນບ້ານ ນັບມື້ນັບດີຂຶ້ນ ສາມາດໝູນໃຊ້ທ່າແຮງທີ່ມີຢູ່ໃຫ້ເກີດຜົນ, ນໍາໃຊ້ພື້ນທີ່ເພື່ອເຮັດການກະເສດ ການປູກພືດກະເສດລົ້ມລຸກ ໃຫ້ເປັນສິນຄ້າ ທົດແທນການເຮັດນາ ແລະ ການລ້ຽງສັດ, ພ້ອມນັ້ນ ທ່ານໄດ້ເນັ້ນໃຫ້ ສືບຕໍ່ຮັກສາມູນເຊື້ອການດໍາລົງຊີວິດ ດຸໝັ່ນຂະຫຍັນພຽນ ກຸ້ມຕົນເອງ ສ້າງລາຍຮັບໃຫ້ແກ່ຄອບຄົວ, ສົ່ງເສີມໃຫ້ລູກຫຼານໃຫ້ໄດ້ຮັບການສຶກສາ, ສ້າງວິຊາອາຊີບທີ່ແນ່ນອນ ໝັ້ນຄົງ ເພື່ອເປັນທ່າແຮງໃຫ້ແກ່ບ້ານ ແລະ ປະກອບສ່ວນໃນການພັດທະນາສັງຄົມ, ຄຽງຄູ່ກັນນັ້ນ ຕ້ອງສ້າງໜ່ວຍພັກທີ່ເຂັ້ມແຂງ ເພື່ອນໍາພາປະຊາຊົນພາຍໃນບ້ານ ສ້າງລາຍຮັບທີ່ກຸ້ມກິນໃນແຕ່ລະຄອບຄົວ ແລະ ໃຫ້ຄວາມສໍາຄັນໃນວຽກງານປ້ອງກັນຊາດ ປ້ອງກັນຄວາມສະຫງົບ, ສຶກສາອົບຮົມໃຫ້ລູກຫຼານ ຮູ້ເຖິງຜົນຮ້າຍ ຫ່າງໄກຈາກຢາເສບຕິດ ແລະ ອື່ນໆ.

May be an image of 5 people, people standing, tree and grass

Leave a Reply

Your email address will not be published. Required fields are marked *