ທີມຊາດລາວ ຊຸດໃຫຍ່ ລົງສະໜາມນັດທໍາອິດໃນປີ 2023 ດ້ວຍການເສຍໃຫ້ກັບ ເຈົ້າພາບ ເນປານ 0-2 ໃນການແຂ່ງຂັນບານເຕະອຸ່ນເຄື່ອງຕາມປະຕິທິນຂອງ FIFA DAY ລາຍການ Prime Minister 3 Nations Cup 2023 ເມື່ອວັນທີ 23 ມີນາ 2023 ທີ່ສະໜາມ Dashrath Stadium Kathmandu ປະເທດເນປານ ເຮັດໃຫ້ນັດຕໍ່ໄປ ທີມຊາດລາວ ຕ້ອງຊະນະສະຖານດຽວ ແລະ ມີເງື່ອນໄຂດັ່ງນີ້ ( ຄລິບ )
ສຳລັບລາຍການແຂ່ງຂັນນັດອຸ່ນເຄື່ອງ FIFA DAY ຢູ່ທີ່ປະເທດເນປານ ແມ່ນຈະໄດ້ແຂ່ງຂັນແບບພົບກັນໝົດທັງ 3 ທີມຄື:
1. ເນປານ ( ເຈົ້າພາບ )
2. ບູຖານ
3. ສປປລາວ
ຕາຕະລາງ ການແຂ່ງຂັນ ນັດຕໍ່ໄປ
– ວັນທີ 25/03/2023 ເວລາ 18:00 ທີມຊາດລາວ ພົບ ທີມຊາດບູຖານ
– ວັນທີ 28/03/2023 ເວລາ 18:00 ທີມຊາດເນປານ ພົບ ທີມຊາດບູຖານ
– ວັນທີ 31/03/2023 ເວລາ 17:30 ຮອບຊີງຊະນະເລີດ ( ທີມອັນດັບ 1 ຊີງກັບ ທີມອັນດັບ 2 )
ທຸກນັດແມ່ນຈະແຂ່ງຂັນທີ່ ສະໜາມ Dashrath Stadium Kathmandu, Nepal.