• Fri. Dec 8th, 2023

Lao Sport Update

ຮອບດ້ານວົງການກິລາ

ການກໍ່ສ້າງຂົວມິດຕະພາບ ລາວ-ໄທ 5 ຄືບໜ້າແລ້ວ 69%

ໂຄງການກໍ່ສ້າງຂົວມິດຕະພາບ ລາວ-ໄທ ແຫ່ງທີ 5 ປາກຊັນ-ບຶງການ ສັນຍາ 1 ວຽກກໍ່ສ້າງຂົວກາງນໍ້າ ລວມທັງທາງເຂົ້າຂົວ ແລະ ສັນຍາ 2 ວຽກກໍ່ສ້າງທາງເຊື່ອມຕໍ່ເຂົ້າຂົວ ແລະ ອາຄານດ່ານ ມາຮອດທ້າຍເດືອນກຸມພາ ປະຕິບັດໄດ້ 69,10% ລື່ນຄາດໝາຍ 0,08%.

ອີງໃສ່ບົດລາຍງານປະຈຳເດືອນກຸມພາ 2023ຂອງທ່ານ ໄລທອງ ພົມມະວົງ ຫົວໜ້າໂຄງການ ກໍ່ສ້າງຂົວຂ້າມນໍ້າຂອງ ມິດຕະພາບ ລາວ-ໄທ ແຫ່ງທີ V (ບໍລິຄຳໄຊ-ບຶງການ) ໃຫ້ຮູ້ວ່າ: ໂຄງການກໍ່ສ້າງຂົວຂ້າມນໍ້າຂອງ ມິດຕະພາບ ລາວ-ໄທ ແຫ່ງທີ V ແມ່ນໄດ້ເລີ່ມສ້າງຂຶ້ນມາແຕ່ເດືອນສິງຫາ 2019. ແບ່ງອອກເປັນສອງສັນຍາ ຄື : ສັນຍາທີ 1 ແມ່ນສັນຍາກໍ່ສ້າງຂົວຂ້າມນ້ຳຂອງ ເບື້ອງປະເທດລາວ ມີລວງຍາວທັງໝົດ 535 ແມັດ ແລະ ສັນຍາທີ 2 ແມ່ນການກໍ່ສ້າງທາງເຂົ້າຂົວ ລວງຍາວທັງໝົດ 2.775 ແມັດ ລວມທັງອາຄານດ່ານ ແລະ ສິ່ງອໍານວຍຄວາມສະດວກອື່ນໆເບື້ອງປະເທດລາວ ໄລຍະເວລາກໍ່ສ້າງ 30 ເດືອນ, ໄລຍະຄໍ້າປະກັນ 24 ເດືອນ.

ສຳລັບການຈັດຕັ້ງປະຕິບັດແຜນການກໍ່ສ້າງພາຍໃນເດືອນກຸມພາ 2023 ສັນຍາ 1: ວຽກກໍ່ສ້າງຂົວກາງນໍ້າ ລວມທັງທາງເຂົ້າຂົວ ປະກອບມີ ວຽກສ້ອມແປງທາງຊອບເຂດບ້ານຫາງຊິງ, ຕິດຕັ້ງປະຕູຮົ້ວແຄ້ມ, ສະໜອງເຄື່ອງມີຮັບໃຊ້ວຽກສ້ອມແປງກັບສວນຄົວ ແລະ ໜ້າວຽກອື່ນໆ ແຜນການໃນເດືອນກຸມພາ ປີ 2023 ເທົ່າກັບ 2,10% ປະຕິບັດໄດ້ຕົວຈິງ 1,24% ຫຼຸດຄາດໝາຍ -0,86% (ແຕ່ຄວາມຄືບໜ້າລວມທັງໝົດຂອງສັນຍາ 1 ທັງໝົດ ແມ່ນເທົ່າ 53,28% ປະຕິບັດໄດ້ຕົວຈິງ ເທົ່າກັບ 55,5%, ລື່ນຄາດໝາຍ +2,67%). ສ່ວນສັນຍາ 2 ແມ່ນໜ້າວຽກກໍ່ສ້າງທາງເຊື່ອມຕໍ່ເຂົ້າຂົວ ແລະ ອາຄານດ່ານ ປະກອບດ້ວຍວຽກດິນ, ວຽກໂຄງສ້າງທາງ, ວຽກກໍ່ສ້າງທໍ່ລະບາຍນໍ້າລອດທາງ, ວຽກກໍ່ສ້າງອາຄານດ່ານ, ວຽກລະບົບຂອງອາຄານ ແລະ ວຽກອື່ນໆ ແຜນການໃນເດືອນກຸມພາ ແມ່ນ4,50%, ປະຕິບັດໄດ້ຕົວຈິງ 3,20% ຫຼຸດຄາດໝາຍ -1,30% (ສະເພາະຄວາມຄືບໜ້າລວມຂອງສັນຍາ 2 ຮອດທ້າຍເດືອນກຸມພາ ເທົ່າກັບ 82,26% ຫຼຸດຄາດໝາຍ -2,50%) ສະເລ່ຍແລ້ວຄວາມຄືບໜ້າລວມແຜນທັງໝົດຂອງທັງ 2 ສັນຍາ ມາຮອດເດືອນກຸມພາ ຄືບໜ້າ69,10% ລື່ນຄາດໝາຍ 0,08%.

ສຳລັບວຽກງານໄກ່ເກ່ຍສິ່ງກີດຂວາງ ທີ່ຖືກຜົນກະທົບຈາກໂຄງການກໍ່ສ້າງຂົວຂ້າມນ້ໍາຂອງມິດຕະພາບລາວ-ໄທ ແຫ່ງທີ V ມີເນື້ອທີ່ດິນສວນຕົ້ນໄມ້ຂອງປະຊາຊົນທັງໝົດ 52,4 ເຮັກຕາ, ລວມເປັນມູນຄ່າທັງໝົດ 5,33 ຕື້ກວ່າກີບ ໂດຍນໍາໃຊ້ທຶນສົມທົບພາຍໃນຂອງລັດຖະບານລາວເຂົ້າໃນການຊໍາລະສະສາງ, ຜ່ານມາໄດ້ຈ່າຍໃຫ້ປະຊາຊົນໄປແລ້ວຈໍານວນ 3,6 ຕື້ກວ່າກີບ ເທົ່າກັບ 68,78%.

ທ່ານໃຫ້ຮູ້ຕື່ມວ່າ: ແຜນການຂອງວຽກງານການກໍ່ສ້າງໃນເດືອນ ມີນາ 2023 ສັນຍາ 1 ຊ່ວງ 2B ແຜນການປະຕິບັດວຽກໃນເດືອນ 2,31%, ແຜນການລວມທັງໝົດ 55,59%. ສັນຍາ 2 ຊ່ວງ 3, ແຜນການປະຕິບັດວຽກໃນເດືອນ 5,08%, ແຜນການລວມທັງໝົດ 89,84%; ແຜນການປະຕິບັດວຽກໃນເດືອນມີນາ 2023 ທັງສອງສັນຍາ 3,69%, ແຜນການລວມທັງໝົດ 72,71%.

Leave a Reply

Your email address will not be published. Required fields are marked *