• Sat. Dec 9th, 2023

Lao Sport Update

ຮອບດ້ານວົງການກິລາ

ທະນາຄານ ພົງສະຫວັນ ຈະເຂົ້າພັດທະນາ ສ້າງສູນການຄ້າ ແລະ ໂຮງແຮມລະດັບສາມດາວ ຢູ່ເມືອງທ່າແຂກ

ByAdmin N

Mar 22, 2023

ພິທີເຊັນສັນຍາ ສຳປະທານດິນລັດ ຕາງໜ້າອົງການປົກຄອງແຂວງຕຳມ່ວນໂດຍ ພະແນກແຜນການ ແລະ ການລົງທຶນແຂວງ ແລະ ຝ່າຍຜູ້ລົງທຶນໂດຍແມ່ນທະນາຄານພົງສະຫວັນ ຈໍາກັດໄດ້ຈັດຂຶ້ນໃນວັນທີ 16 ມີນາ 2023 ຜ່ານມາຢູ່ທີ່ໂຮງແຮມຣີເວີເຣຍ ເມືອງທ່າແຂກ . ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ ທັງເປັນປະທານຄະນະກໍາມະການສົ່ງເສີມການລົງທຶນຂັ້ນແຂວງ ( ຄລທຂ ) , ທ່ານ ສົມບູນ ພົງສະຫວັນ ປະທານຄະນະສາຂາຫຸ້ນໃຫຍ່ກຸ່ມພົງສະຫວັນ ຈໍາກັດ , ບັນດາພະແນກການທີ່ກ່ຽວຂ້ອງຂັ້ນແຂວງ , ຕາງໜ້າອົງການປົກຄອງເມືອງພ້ອມດ້ວຍບັນດາແຂກທີ່ຖືກເຊີນ ແລະ ພະນັກງານວິຊາການທັງສອງຝ່າຍເຂົ້າຮ່ວມເປັນສັກຂີພະຍານ.


ເປັນກຽດລົງນາມໃນສັນຍາດັ່ງກ່າວຕາງໜ້າອົງການປົກຄອງແຂວງໂດຍແມ່ນທ່ານ ເດດສັກດາ ມະນີຄໍາ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ , ຝ່າຍທະນາຄານພົງສະຫວັນໂດຍແມ່ນທ່ານ ຈັນເພັງ ຫຼວງສຸວັນນະວົງ ຮອງຜູ້ອໍານວຍການທະນາຄານພົງສະຫວັນ . ໃນການເຊັນສັນຍາຄັ້ງນີ້ແມ່ນບົນພື້ນຖານການຕົກລົງເຫັນດີຂອງທັງສອງຝ່າຍເພື່ອສຶກສາຄວາມເປັນໄດ້ຂອງໂຄງການລວມທັງຂະບວນການອອກແບບຂອງໂຄງການເພື່ອພັດທະນາໂຄງການສໍາປະທານດິນຢູ່ເຂດບ້ານທ່າແຂກເໜືອ,ເມືອງທ່າແຂກໃຫ້ໄປຕາມແຜນຍຸດທະສາດ ແລະ ແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງໂດຍສະເພາະຕົວເມືອງທ່າແຂກເພື່ອປະຕິບັດນະໂຍບາຍໃນການນໍາໃຊ້ທີ່ດິນຂອງລັດໃນເຂດດັ່ງກ່າວໃຫ້ກາຍເປັນສູນກາງທາງດ້ານການຄ້າ , ການລົງທຶນ , ການທ່ອງທ່ຽວ ແລະ ສິ່ງອໍານວຍຄວາມສະດວກຕ່າງໆໃຫ້ກັບສັງຄົມພາຍໃນແຂວງ .


ຜ່ານການລົງສໍາຫຼວດ ແລະ ສຶກສາຄວາມເປັນໄປໄດ້ຂອງໂຄງການເຫັນວ່າໂຄງການມີຄວາມເປັນໄປໄດ້ສູງໃນການສ້າງເຂດດັ່ງກ່າວໃຫ້ເປັນສູນກາງທາງດ້ານເສດຖະກິດ ແລະການຄ້າຂອງແຂວງເຊິ່ງທະນາຄານພົງສະຫວັນໄດ້ນໍາສະເໜີຄວາມເປັນໄດ້ຂອງໂຄງການ ແລະ ຜ່ານແບບໃຫ້ກັບພະແນກການທີ່ກ່ຽວຂ້ອງຂອງແຂວງໃນວັນທີ 21 ກັນຍາ 2022 . ຈາກນັ້ນຈິ່ງມີຂໍ້ຕົກລົງຂອງທ່ານເຈົ້າແຂວງຄໍາມ່ວນສະບັບເລກທີ 063 / ຄລທຂ ,ລົງວັນທີ 31 ຕຸລາ 2022 ໄດ້ອານຸມັດໃຫ້ທະນາຄານພົງສະຫວັນເຊັນສັນຍາສໍາປະທານທີ່ດິນໃນເນື້ອທີ່ 11.177 ຕາແມັດ ໂດຍມີອາຍຸສໍາປະທານ 50 ປີເລີ້ມແຕ່ມື້ເຊັນສັນຍາເປັນຕົ້ນໄປ ແລະ ຈະໄດ້ມີການທົບທວນໃນການຕໍ່ສັນຍາອີກຄັ້ງພາຍຫຼັງຄົບອາຍຸສັນຍາ .


ສໍາລັບແຜນພັດທະນາໂຄງການຢູ່ເຂດດັ່ງກ່າວທະນາຄານພົງສະຫວັນໄດ້ແບ່ງການພັດທະນາອອກເປັນ 03 ໄລຍະຄື : ໄລຍະທີ 1 ແມ່ນການປັບໜ້າດິນເພື່ອກໍ່ສ້າງອາຄານສາຂາທະນາຄານພົງສະຫວັນ , ຕິດຕັ້ງຢ້າຍ ແລະ ສ້າງບ່ອນຈອດລົດ ; ໄລຍະທີ 2 ແມ່ນກໍ່ສ້າງສູນການຄ້າພ້ອມດ້ວຍຫ້ອງປະຊຸມ , ຮ້ານອາຫານ , ຕະຫຼາດກາງຄືນ , ບ່ອນຍ່າງຫຼິ້ນ ແລະ ບ່ອນນັ່ງຫຼິ້ນ ; ສ່ວນໄລຍະທີ 3 ຈະກໍ່ສ້າງໂຮງແຮມລະດັບສາມດາວ .

Leave a Reply

Your email address will not be published. Required fields are marked *